Preaload Image

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
ມະຫາວິທະຍາໄລແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ

ການພົວພັນສາກົນ ໝາຍເຖິງ ການພົວພັນລະຫວ່າງປະເທດ​ ເຊິ່ງລວມມີ ການຮ່ວມ​ມື ​ແລະ ການ​ຂັດ​ແຍ້​ງ ທາງ​ດ້ານການ​ເມືອງ, ​ເສດຖະກິດ-ສັງຄົມ​. ສາຂາ​ນີ້ ມີ​ຄວາມ​ສຳຄັນ​ຕໍ່​ການ​​ພັດທະນາ​​ເສດຖະກິດ-ສັງ​ຄົມຂອງ​ແຕ່ລະ​ປະ​ເທດ ​ເພາະ​ການ​ຮ່ວມ​ມື​ລະ ຫວ່າງປະ​ເທດ ​ນຳ​ໄປ​ສູ່ການ​ແລກປ່ຽນ​ທາງ​​ການ​ຄ້າ, ຄວາມ​ຮູ້​ເຕັກ​ໂນ​ໂລ​ຊີ ​ແລະ ຂໍ້​ມູນ​ຂ່າວສານ​ ເຮັດ​ໃຫ້​ເກີດການ​ເຊື່ອມ​ໂຍງ​ລະ ຫວ່າງ​ປະ​ເທດໃນ​ລະດັບ​ພາກພື້ນ ​ແລະ ສາກົນ, ສາມາດຫຼຸດຜ່ອນ​ຂໍ້​ຂັດ​ແຍ້​ງທີ່​ເປັນ​ອຸປະສັກ​ຕໍ່ການ​ພັດທະນາ​ເສດຖະກິດ-ສັງຄົມ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ ຮຽນກ່ຽວກັບການ​ວິ​ເຄາະ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ ສປປ ລາວ ​ແລະ ບັນດາປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ ​ເຊິ່ງມີ​ອິດ​ທິພົນ​ໃນ​ການ​ກຳນົດ​ຮູບ​ແບບ​ການ​ຮ່ວມ​ມື​ສາກົນ; ​ວິ​ໄຈ​ເຫດ​ການ​​ພົ້ນເດັ່ນທາງ​ດ້ານ​ເສດຖະກິດ​-ການ​ເມືອງ​ທີ່​ເກີດຂຶ້ນ​ທົ່ວ​ໂລກ, ສຶກ ສາ​ກ່ຽວ​ກັບປະ​ຫວັດສາດ​ໂລກ, ລະບົບ​ການ​ເມືອງ​ການ​ປົກຄອງ, ​ເສດຖະສາດ, ກົດໝາຍ​ລະຫວ່າງ​ປະ​ເທດ, ບົດບາດ​ຂອງອົງການ​ຈັດ​ຕັ້ງສາກົນ, ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງລະຫວ່າງ​ປະ​ເທດ. ນອກ​ຈາກ​ນັ້ນ​ ຍັງ​ສຶກສາ​ກ່ຽວພິທິການ​ທາງ​ດ້ານ​ການທູດ​.

ວິທີການສິດສອນ

ວິທີ​ການສິດສອນ​ແມ່ນ​ແນ​ໃສ່ ​ການ​ວິເຄາະ​ເຫດການ​ຕົວ​ຈິງ​ທີ່​ເກີດ​ຂຶ້ນ​ໃນ​ໂລກເຊັ່ນ: ເຫດການຂໍ້ພິພາດທີ່ເກີດຂຶ້ນລະຫວ່າງປະເທດ ​ໂດຍ​ອີງໃສ່​ທິດ​ສະ​ດີ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ພົວພັນ​ສາກົນ​​. ນັກ​ສຶກສາ​ຈະ​ໄດ້ຮັບຟັງ ແລະ ຮຽນຮູ້​​​ປະສົບການຕົວຈິງຈາກອາຈານ​ຮັບ​ເຊີນທີ່ເປັນນັກ​ການ​ທູດອາວຸ​ໂສ​. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ມີ​ໂອກາດ​ເຂົ້າ​ຮ່ວມ​ງານ​ກິດຈະກຳ​ຂອງອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​​ ​ແລະ ຝຶກ​ງານ​ໃນ​ອົງການ​ລັດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ເພື່ອ​ເກັບ​ກ່ຽວ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​ຕົວ​ຈິງ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານທາງດ້ານພາສາ​ຕ່າງປະ​ເທດ ​ແລະ ມີ​ຄວາມ​​ສົນ​ໃຈຕິດຕາມເຫດການ​ທາງ​ດ້ານ​ເສດຖະກິດ​-ການ​ເມືອງ​ທີ່​ເກີດ​ຂຶ້ນໃນ​ທົ່ວ​ໂລກ; ມີ​ທັກ​ສະ​ ໃນ​ການ​ເຈລະຈາ; ​ເປັນ​ຄົນ ມີມະນຸດ​ສຳພັນ​ດີ, ມີ​ພິກ​ໄຫວ ​ແລະ ສາມາດ​ປັບ​ຕົວ​ກັບສະ​ຖານະ​ການຕ່າງໆ​ໄດ້​ດີ; ມີ​ຄວາມສົນ​ໃຈ​ກ່ຽວ​ກັບ ວັດ​ທະນາ​ທຳຕ່າງປະ​ເທດ ​ແລະ ການ​ເຮັດວຽກ​ຮ່ວມ​ກັບສາກົນ​.

ຈົບແລ້ວສາມາດ

ມີ​ຄວາມ​ຮູ້ຄວາມ​ສາມາດ​ໃນ​ການ​ວິ​ເຄາະ​ນະ​ໂຍບາຍ​ຕ່າງປະ​ເທດ ​ແລະ ​ເຫດການ​ທາງ​ດ້ານ​ເສດຖະກີດ-ການ​. ມີຄວາມເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ວັດທະນາ​ທຳສັງຄົມ ຂອງປະເທດຕ່າງໆ. ມີທັກ​ສະ​ໃນ​ການ​ເຈລະຈາ​ທາງ​ການ​ທູດ ​ແລະ ພິທີການ​ທາງ​ການ​ທູດ ​​ເຊິ່ງ​ເປັນວິ​ທີ​ການ​ປະຕິບັດ​ທີ່​ດີ​ຂອງ​ນັກ​ການ​ທູດ ​ແລະ ຍັງມີຄວາມ​ຮູ້​ທາງ​ດ້ານ​ກົດໝາຍ​ສາກົນອີກ​ດ້ວຍ.

ອາຊີບ

ນັກ​ສຶກສາສາມາດ​ປະ​ກອບ​ອາຊີບ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ການ​ພົວພັນ​ສາກົນເຊັ່ນ: ເປັນ​ນັກ​ການ​ທູດ,​ ທີ່​ປຶກສາ​ດ້ານ​ການ​ທູດ,​ ນັກວິຊາ​ການທາງ​ດ້ານ​ນະ​ໂຍບາຍ ​ແລະ ການ​ພົວພັນ​ສາກົນ​,​ ນັກ​ວິ​ເຄາະ​ຂ່າວ​ຕ່າງປະ​ເທດ ​ແລ​ະ ຜູ້​ປະສານ​ງານ ​ໃນອົງການ​ຈັດ​ສາກົນ, ອົງການ​ຈັດ​ຕັ້ງ​ລັດ ​ໂດຍ​ສະ​ເພາະ​​ແມ່ນ ກະຊວງ​ການ​ຕ່າງປະ​ເທດ,​ ສະຖານ​ທູດ ​ແລະ ກົງ​ສູນ​ຕ່າງໆ​.

ສະຖານທີ່ຕັ້ງ

ຄະນະ ນິຕິສາດ ແລະ ລັດຖະສາດ

ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ, ນະຄອນຫຼວງວຽງຈັນ

ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976

ອີເມວ: flp@nuol.edu.la

ວິຊາຮຽນ

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  • ພື້ນຖານກົດໝາຍແພ່ງ
  • ພື້ນຖານກົດໝາຍໂຣມັນ
  • ທິດສະດີລັດ ແລະ ກົດໝາຍ
  • ກົດໝາຍລັດຖະທໍາມະນຸນ
  • ກົດໝາຍປົກຄອງ
  • ສະ​ຖາ​ບັນ​ຕົ້ນຕໍ​ຂອງ​ລັດ
  • ພູມ​ສາດການເມືອງ
  • ພາສາຕ່າງປະເທດ
  • ກົດໝາຍສີ່ງແວດລ້ອມສາກົນ
  • ປະຫວັດສາດ​ການ​ທູດລາວ
  • ວິທີຂຽນບົດໂຄງການຈົບຊັ້ນ
  • ເສດຖະກິດ​ຈຸ​ລະ​ພາກ ​ແລະ ມະຫາ​ພາກ
  • ກົດໝາຍ​ຊັບ​ສິນ​ທາງ​ປັນຍາ
  • ພື້ນຖານກົດໝາຍອາຍາ

ໝວດວິຊາສະເພາະ

  • ກົດໝາຍລະຫວ່າງຊາດພາກລັດ
  • ກົດໝາຍລະຫວ່າງສ່ວນບຸກຄົນ
  • ກົດໝາຍ​ອາຍາ​ສາກົນ
  • ປະຫວັດ​ການ​ພົວພັນສາກົນ
  • ການ​ທູດ
  • ນະ​ໂຍບາຍ​ການ​ຕ່າງປະ​ເທດ
  • ທິດ​ສະ​ດີກາ​ນພົວພັນ​ສາກົນ
  • ອົງການຈັດຕັ້ງສາກົນ
  • ອົງການ​ຈັດ​ຕັ້ງ​ອາ​ຊຽນ
  • ການ​ພົວພັນ​​ເສດຖະກິດ​ສາກົນ
  • ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ສາກົນ
  • ກົດໝາຍ​ເສດຖະກິດ​ສາກົນ
  • ​ພາສາອັງກິດ
  • ພາສາຝຣັ່ງ
  • ກົດໝາຍທຸລະກິດສາກົນ
lo