Preaload Image

ຂໍ້ມູນພື່ນຖານຂອງ ຄະນະ ນິຕິສາດ-ລັດຖະສາດ

ມະຫາວິທະຍາໄລແຫ່ງຊາດ ( University of laos )

101
ສະຖິຕິພະນັກງານຄູອາຈານ ປີ 2018-2019
45
ພະນັກງານຄູອາຈານຍິງ ປີ 2018-2019
1833
ນັກສຶກສາທັງໝົດ 2018-2019
800
ນັກສຶກສາຍິງມີທັງໝົດ 2018--2019

“ລາຍລະອຽດ ແລະ ຄວາມຮູ້ພື້ນຖານ ຂອງ ຄະນະ ນິຕິສາດ-ລັດຖະສາດ.”

ມະຫາວິທະຍາໄລແຫ່ງຊາດ ( University of laos )

ວິໃສ່ທັດ ແລະ ຄຳຂວັນ​

ສ້າງ​ໃຫ້ ຄນລ ກາຍ​ເປັນ​ສະ​ຖາ​ບັນ​ການ​ສຶກສາທີ່​ມີ​ຄຸນ​ນະພາ​ບ ​ແລະ ນຳ​ໜ້າ​ໃນ​ການ​ກໍ່ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້, ຄວາ​ມສາມາດ, ​ມີວິຊາ​ສະ​ເພາະ​ທີ່​ແນ່ນອນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ເພື່ອ​ປະກອບ​ສ່ວນ​​ໃນ​ການ​ປົກ​ປັກ​ຮັກສາ, ສ້າງສາພັດທະນາ​ປະ​ເທດ​ຊາດ ​ແລະ ກາ​ນສ້າງ​ລັດ​ແຫ່ງ​ກົດໝາຍ​ເທື່ອ​ລະ​ກ້າວ.
ສ້າງໃຫ້ ຄນລ ​ເປັນ​ແບບຢ່າງໃນ​ການ​ປະຕິບັດ​ລະບຽບ​ກົດໝາຍຕາມ​ຄຳ​ຂວັນ​ທີ່​ວ່າ:

     ເສີມສ້າງຄວາມຮູ້                      ເຊີດຊູຄວາມຍຸຕິທຳ

     ຄຽງຄູ່ຈັນຍາບັນ                      ຍຶດໝັ້ນລະບຽບວິໄນ

     ຄົ້ນຄິດຜົນງານວິໄຈ                  ກ້າວໄປສູ່ລັດແຫ່ງກົດໝາຍ.

ທີ່ຕັ້ງ

  ຄະນະນິຕິສາດ ແລະ ລັດຖະສາດ ເອີ້ນຫຍໍ້ວ່າ ຄນລ, ໃນເມື່ອກ່ອນເອີ້ນວ່າໂຮງຮຽນກົດໝາຍເຊິ່ງຂຶ້ນກັບກະຊວງຍຸຕິທໍາ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 1986, ຕໍ່ມາໄດ້ຖືກໂອນເຂົ້າເປັນຄະນະວິຊາໜຶ່ງຂອງມະຫາວິທະຍາໄລແຫ່ງຊາດໃນປີ 1997, ມີສຳນັກງານຕັ້ງຢູ່ ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຫຼື ວິທະຍາເຂດດອນນົກຂຸ້ມ.

ພາລະບົດບາດ

ພາລະບົດບາດຫຼັກຂອງ ຄນລ ແມ່ນກໍ່ສ້າງນັກວິຊາການທາງດ້ານ ກົດໝາຍ, ລັດຖະສາດ ແລະ ການພົວພັນສາກົນ, ທັງລະດັບປະລີນຍາຕີ ແລະ ຫຼັງປະລີນຍາຕີ ເພື່ອຕອບສະໜອງບຸກຄະລາກອນໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມທາງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ,ສ້າງພື້ນຖານໃຫ້ແກ່ການສ້າງລັດແຫ່ງກົດໝາຍ ໃຫ້ນັບມື້ນັບເຂັ້ມແຂງຂື້ນເທື່ອລະກ້າວ​.

ຄະນະນິຕິສາດ-ລັດຖະສາດ

ມະຫາວິທະຍາໄລແຫ່ງຊາດ

ອາຈານສອນທັງໝົດຂອງຄະນະ ນິຕິສາດ-ລັດຖະສາດ

ມະຫາວິທະຍາໄລແຫ່ງຊາດ ( University of laos )

lo