Preaload Image

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
University of lao

ນິຍາມ ແລະ ຄວາມສຳຄັນ​

ກົດໝາຍທຸລະກິດ ແມ່ນບັນດາກົດໝາຍທີ່ຄຸ້ມຄອງສາຍພົວພັນທາງດ້ານທຸລະກິດ ເຊັ່ນ: ວິທີການດຳເນີນ, ການຈັດການທຸລະກິດ ແລະ ການແກ້ໄຂຂໍ້ຂັດແຍ້ງທາງດ້ານທຸລະກິດ ເພື່ອເຮັດໃຫ້ຖຶກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃນສັງຄົມ. ກົດໝາຍທຸລະກິດ ມີຄວາມສຳຄັນຕໍ່ການຂະຫຍາຍຕົວຂອງພາກທຸລະກິດ ໂດຍສະເພາະທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດແບບຍືນຍົງຂອງຊາດ.

ວິຊານີ້ຮຽນກ່ຽວກັບຫຍັງ​

ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບບັນດາຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ ເປັນຕົ້ນແມ່ນບັນດາກົດໝາຍໃນຂົງເຂດການລົງທືນ, ວິສາຫະກິດ, ພາສີ-ອາກອນ, ຊັບສີນທາງປັນຍາ, ແຮງງານ, ສີ່ງແວດລ້ອມ ແລະ ອື່ນໆ.  ນອກນັ້ນ, ນັກສຶກສາໃນພາກວິຊານີ້ ຍັງຈະໄດ້ຮຽນຮູ້ເຖິງບັນດາພື້ນຖານການດໍາເນີນທຸລະກິດ ເຊັ່ນ: ການຄິດໄລ່ບັນຊີ, ການບໍລິຫານທຸລະກິດ, ແລະ ການຄ້າລະຫວ່າງປະເທດ.

ວິທີການສິດສອນ

ວິທີການສິດສອນ​ແມ່ນຜ່ານ​ການຮຽນ​ທາງ​ທິດ​ສະ​ດີ ​ແລະ ສຶກສາຄົ້ນຄວ້າ​ຈາກ​​ເອກະສານ​ທາ​ງກົດໝາຍ,​​ ແຫຼ່ງຂໍ້​ມູນ​ຕ່າງໆ​​ໂດຍ​ມີ​ອາຈານ​ສະ​ເພາະ​ດ້ານ​ເປັນຜູ້​ແນະນຳ. ນອກ​ຈາກ​ນັ້້ນ ຍັງມີ​ການ​ນຳ​ໃຊ້​ບົດຮຽນ​ເຂົ້າ​​ໃນ​ວຽກງານ​ຕົວ​ຈິງ​ຜ່ານ​ການ​ຝຶກ​ງານ ​ໂດຍແນໃສ່​ສ້າງ​ນັກ​ສຶກສາ​ໃຫ້​ມີ​ຄວາມ​ຮູ້ ​ແລະ ຄວາມ​ສາມາດ​ທາງ​ດ້ານ​ທຸລະ​ກິດ ​ໂດຍ​ສະ​ເພາະ​ແມ່ນ​ຮຽນ​ຮູ້​ຫຼັກການ​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ ​ແລະ ຄວາມ​ສາມາດ​ແກ້​ໄຂບັນຫາ​ທີ່​ເກີດ​ຂຶ້ນ.

ທັກສະ/ຄວາມສົນໃຈ​

ຄວນມີ ຄວາມສົນໃຈທາງ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ສາຍ​ພົວພັນ​​ໃນ​ການ​ດຳ​ເນີນ​ທຸລະ​ກິດ; ລວມທັງ​ຄວາມ​ສົນ​ໃຈ​ທາງດ້ານ​ກົດໝາຍ​ທີ່​ພົວພັນທຸລະກິດ, ການ​ຄ້າ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ການ​ຄຸ້ມ​ຄອງ​ທຸລະ​ກິດ. ​ເປັນ​ຄົນ ມັກການອ່ານ, ການຄົ້ນຄວ້າ ແລະ ວິເຄາະບັນຫາ, ແກ້ໄຂຂໍ້ຂັດແຍ່ງ,  ໃສ່ໃຈລາຍລະອຽດ ແລະ ຊ່າງສັງເກດ.

ຈົບແລ້ວສາມາດ

ນັກສຶກສາຈະມີ​ຄວາມ​ຮູ້ທາງ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ການ​ຄ້າ, ຄວາມ​ສາມາດ​ໃນ​ການ ບໍລິຫານຈັດການ​ແລະ ຄຸ້ມຄອງທຸລະກິດຕາມ​ຫຼັກການ​ລະບຽບ​ກົດໝາຍ. ນອກ​ນັ້ນ ຍັງ​ຈະ​ໄດ້​ຝຶກທັກສະ​ໃນການ ວິເຄາະບັນຫາ, ການແກ້ໄຂບັນຫາ ​ແລະ ຂໍ້ຂັດແຍ່ງ ທາງດ້ານກົດໝາຍພາຍ​ໃນ​ອົງ​ກອນ​ທຸລະ​ກິດ ໂດຍນໍາໃຊ້ຂະບວນການຕຸລາການຍຸດຕິທໍາ.

ອາຊີບ

ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ  ສາມາດເປັນ ນັກກົດໝາຍ, ທີ່ປຶກສາ ທາງດ້ານກົດໝາຍ ຕາມສະຖາບັນທະນາຄານ, ການເງິນ ​ແລະ ພາກ​ທຸລະ​ກິດ​ຕ່າງໆ; ສາມາດ​ເປັນຜູ້ໄກ່ເກ່ຍ ຂໍ້ຂັດແຍ່ງທາງດ້ານທຸລະກິດ ​ແລະ ການ​ຄ້າ, ເປັນນັກຄົ້ນຄວ້າໃນຂົງເຂດການສຶກສາ ທີ່ກ່ຽວ ຂ້ອງກັບກົດໝາຍ ແລະ ທຸລະກິດ.

ສະຖານທີ່ຕັ້ງ

ຄະນະ ນິຕິສາດ ແລະ ລັດຖະສາດ

ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ, ນະຄອນຫຼວງວຽງຈັນ

ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976

ອີເມວ: flpnuol@yahoo.com

ວິຊາຮຽນ

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  • ພື້ນຖານກົດໝາຍແພ່ງ
  • ພື້ນຖານກົດໝາຍໂຣມັນ
  • ກົດໝາຍຂໍ້ຜູກພັນໃນສັນຍາ,​ກໍາມະສິດ ແລະ ການຮ່າງສັນຍາ
  • ການດໍາເນີນຄະດີແພ່ງ
  • ທິດສະດີລັດ ແລະ ກົດໝາຍ
  • ກົດໝາຍລັດຖະທໍາມະນູນ
  • ກົດໝາຍປົກຄອງ
  • ກົດໝາຍການປົກປັກຮັກສາສີ່ງແວດລ້ອມ
  • ກົດໝາຍລະຫວ່າງຊາດພາກລັດ
  • ກົດໝາຍລະຫວ່າງຊາດພາກບຸກຄົນ
  • ພາສາຕ່າງປະເທດ
  • ພື້ນຖານກົດໝາຍອາຍາ
  • ກົດໝາຍອາຍາສະເພາະ
  • ການດໍາເນີນຄະດີອາຍາ

ໝວດວິຊາສະເພາະ

  • ກົດໝາຍພາສີ ແລະ ສ່ວຍສາອາກອນ
  • ກົດໝາຍປະກັນໄພ
  • ກົດໝາຍແຮງງານ
  • ກົດໝາຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
  • ກົດໝາຍການຄໍ້າປະກັນການປະຕິບັດສັນຍາ
  • ກົດໝາຍການເງິນແຫ່ງລັດ
  • ກົດໝາຍທີ່ດີນ
  • ການເງີນທຸລະກິດ
  • ເສດຖະສາດເບື້ອງຕົ້ນ
  • ເສດຖະສາດຈຸລະພາກ
  • ເສດຖະສາດມະຫາພາກ
  • ສະຖາບັນການເງິນ ແລະ ຕະຫຼາດການເງິນ
  • ກົດໝາຍວິສາຫະກິດ
  • ກົດໝາຍລົ້ມລະລາຍວິສາຫະກິດ
  • ກົດໝາຍການສົ່ງເສີມການລົງທືນ
  • ການຕະຫຼາດ
  • ກົດໝາຍບັນຊີ
  • ກວດສອບບັນຊີ
  • ອາຊະຍາກໍາທາງດ້ານເສດຖະກິດ
  • ກົດໝາຍຊັບສີນທາງປັນຍາ
  • ກົດໝາຍເສດຖະກິດສາກົນ
  • ກົດໝາຍທຸລະກິດລະຫວ່າງປະເທດ
  • ກົດໝາຍອາກອນທຸລະກິດລະຫວ່າງປະເທດ
  • ອົງການການຄ້າສາກົນ
  • ຈັນຍາບັນນັກທຸລະກິດ
  • ການຮ່າງສັນຍາທາງທຸລະກິດ
en_US