Preaload Image

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
University of lao

ນິຍາມ ແລະ ຄວາມສຳຄັນ​

ລັດຖະສາດ ໝາຍ​ເຖິງການ​ສຶກສາດ້ານ​ການ​ເມືອງ, ການ​ປົກຄອງ ​ແລະ ການບໍລິຫານພາກລັດ.  ຄວາມ​ຮູ້​ທາງ​ດ້ານລັດຖະສາດ ແມ່ນມີຄວາມສໍາຄັນ​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ທາງ​ດ້ານ​ການ​ບໍລິຫານ​ປົກຄອງ​ລັດ, ວິ​ເຄາະ​ຈຸດ​ດີ-ຈຸດ​ອ່ອນ​ຂອງ​ລະບົບ​ການ​ປົກຄອງ​ຕ່າງໆ ​ແລະ ສຶກສາ​ບັນດາ​ພຶດຕິ​ກຳ​ຂອງ​ມະນຸດ​ທີ່ຢູ່​ຮ່ວມ​ກັນ​​ໃນ​ສັງຄົມ ​​ເພື່ອນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ຮູບ​ແບບ​ການ​ປົກຄອງ​ໃຫ້ເຂັ້ມ​ແຂງ​ ​ແລະ ມີປະສິດທິພາບ ເພື່ອຮັບປະກັນ ສິດຜົນປະໂຫຍດ​ ​ແລະ ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ຂອງ​ຄົນໃນສັງຄົມ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ຮຽນກ່ຽວກັບ ບັນດາກົດໝາຍທີ່ເປັນເຄື່ອງມືໃນການປົກຄອງ ແລະ ການບໍລິຫານລັດ, ໂຄງສ້າງ ​ແລະ ກົນ​ໄກການປົກຄອງ ລວມທັງ ວິທະຍາສາດການເມືອງ, ລະບອບການເມືອງ ຂອງ ສປປ ລາວ ​ແລະ ທິດສະດີການບໍລິຫານລັດ. ໃນນັ້ນ, ນັກສຶກສາຈະໄດ້ລົງເລິກກ່ຽວກັບ ບັນດາຫຼັກການທາງດ້ານກົດໝາຍ ເຊັ່ນ: ກົດໝາຍລັດຖະທໍາມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດເປັນຕົ້ນ. ນອກນັ້ນ, ຍັງສຶກສາກ່ຽວກັບ ສະພາວະຂອງການເປັນຜູ້ນໍາ ແລະ ຈັນຍາບັນຂອງນັກປົກຄອງ ອີກດ້ວຍ.

ວິທີການສິດສອນ

ການສິດສອນ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງ​ບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມ​ໂດຍ​ນຳ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ການ​ວິ​ເຄາະ​ບັນ​ຫາ​ດັ່ງກ່າວແລ້ວ ນໍາສະເໜີທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການປົກຄອງ ໃນຂັ້ນສູນກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ ແລະ ບັນດາ​ຫ້ອງການ​ລັດຂັ້ນທ້ອງຖີ່ນ.

ທັກສະ/ຄວາມສົນໃຈ

ຄວາມ​ຮູ້​ພື້ນຖານທາງດ້ານວິຊາສັງຄົມເປັນຕົ້ນແມ່ນວິຊາ ສຶກສາພົນລະເມືອງ, ປະຫວັດສາດ ແລະ ພາສາລາວ; ມີຄວາມສົນໃຈ ທາງດ້ານໂຄງສ້າງຂອງລັດຖະບານ, ການສ້າງກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍໃນຊີວິດປະຈໍາວັນ; ມີຄວາມສົນໃຈ ແລະ ມັກຕິດຕາມເຫດການທາງດ້ານການເມືອງທີ່ເກີດຂື້ນ ແລະ ຕັ້ງຄໍາຖາມສີ່ງທີ່ກ່ຽວຂ້ອງກັບກົດໝາຍ ແລະ ການເມືອງ.

ຈົບແລ້ວສາມາດ​

ມີ​ຄວາມສາມາດ​ໃນ​ການ​ວິ​ເຄາະລະບົບ​ການ​ປົກຄອງ, ນຳ​ໃຊ້​ເຄື່ອງມື​ທາງ​ດ້ານກົດໝາຍ​ເຂົ້າ​ໃນ​ການ​ປົກຄອງຢ່າງ​ມີ​ປະສິດທິພາບ, ສ້າງບັນດານິຕິກໍາທາງດ້ານການ​ເມືອງ​ການປົກຄອງລວມທັງ​ການ​ສ້າງ​ບັນດາ​ເອກະສານ​ທາງ​ດ້ານການປົກຄອງ​ເປັນ​ຕົ້ນ​ແມ່ນ: ແຈ້ງການ, ໜັງສືສະເໜີ ຫຼື ຂໍ້ຕົກລົງ. ມີທັກສະດ້ານການເປັນຜູ້ນໍາ ເພື່ອການປົກຄອງທ້ອງຖີ່ນ ແລະ ການບໍລິຫານລັດ.

ອາຊີບ

ເປັນນັກວິຊາການ ​ແລະ ນັກ​ບໍລິຫານ ໃນຂົງເຂດນິຕິກໍາທາງດ້ານການປົກຄອງ ຕາມບັນດາສໍານັກງານ, ອົງການ ແລະ ຫ້ອງການປົກຄອງຂອງລັດຖະບານ ເປັນຕົ້ນແມ່ນກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ, ຫ້ອງວ່າການນະຄອນຫຼວງ, ຫ້ອງວ່າການປົກຄອງແຂວງ ແລະ ອື່ນໆ. ນອກນັ້ນ, ຍັງສາມາດເປັນຜູ້ຊ່ວຍທາງດ້ານນິຕິກໍາໃນ ພາກເອກະຊົນອີກດ້ວຍ.

ສະຖານທີ່ຕັ້ງ

ຄະນະ ນິຕິສາດ ແລະ ລັດຖະສາດ

ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ, ນະຄອນຫຼວງວຽງຈັນ

ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976

ອີເມວ: flp@nuol.edu.la

ວິຊາຮຽນ

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  • ກົດໝາຍແພ່ງ
  • ພື້ນຖານກົດໝາຍໂຣມັນ
  • ກົດໝາຍທີ່ດິນ
  • ກົດໝາຍປົກປັກຮັກສາສິ່ງແວດລ້ອມ
  • ກົດໝາຍພາສີ
  • ກົດໝາຍຄອບຄົວ
  • ກົດໝາຍແຮງງານ
  • ກົດໝາຍຊັບສິນທາງປັນຍາ
  • ພາສາຕ່າງປະເທດ
  • ເສດຖະສາດມະຫາພາກ
  • ເສດຖະສາດຈຸລະພາກ
  • ກົດໝາຍສົ່ງເສີມການລົງທືນ
  • ກົດໝາຍອາຍາ
  • ອາຍາວິທະຍາ

ໝວດວິຊາສະເພາະ

  • ກົດໝາຍລັດຖະທໍາມະນຸນ
  • ທິດສະດີລັດ ແລະ ກົດໝາຍ
  • ກົດໝາຍສັນຊາດ
  • ກົດໝາຍວ່າດ້ວຍສະພາແຫ່ງຊາດ
  • ກົດໝາຍວ່າດ້ວຍຊັບສິນຂອງລັດ
  • ຄວາມຮູ້ພື້ນຖານການບໍລິຫານລັດ
  • ຄວາມຮູ້ພື້ນຖານລັດຖະສາດ
  • ການເງິນແຫ່ງລັດ
  • ການປົກຄອງສົມທຽບ
  • ການປົກຄອງທ້ອງຖີ່ນ
  • ຈັນຍາບັນຂອງນັກປົກຄອງ
  • ກົດໝາຍການປົກຄອງພາກທົ່່ວໄປ
  • ກົດໝາຍການປົກຄອງພາກສະເພາະ
  • ເຕັກນິກບໍລິຫານ
  • ການບໍລິຫານອົງການ
  • ການບໍລິຫານບຸກຄະລາກອນ
  • ການບໍລິຫານການພັດທະນາ
  • ພາວະຜູ້ນໍາ
  • ຈິດຕະວິທະຍາຄຸ້ມຄອງ
  • ການບໍລິຫານສົມທຽບ
  • ເສດຖະສາດການເມືອງ
  • ທິດສະດີການພົວພັນລະຫວ່າງຊາດ
  • ກົດໝາຍລະຫວ່າງຊາດພາກລັດ
  • ກົດໝາຍລະຫວ່າງຊາດພາກບຸກຄົນ
  • ກົດໝາຍເສດຖະກິດສາກົນ
en_US