ມຊ. ເປັນເຈົ້າພາບຈັດງານແລກປ່ຽນວັດທະນະທຳອາຊຽນ
ໃນຕອນບ່າຍວັນທີ 14 ຕຸລາ 2019 ນີ້, ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີເປີດງານແລກປ່ຽນວັດທະນະທຳອາຊຽນ ຄັ້ງທີ 17 ແລະອາຊຽນ +3 ຄັ້ງທີ 7 ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເປັນປະທານຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ປອ. ໂຊທິດ ດິຣາດທິຕິ ປະທານຜູ້ບໍລິຫານເຄື່ອຂ່າຍມະຫາວິທະຍາໄລອາຊຽນ (AUN), ທ່ານຜູ້ຕາງໜ້າຈາກ ສູນກາງຊາວໝຸ່ມ ປະຊາຊົນປະ ຕິວັດລາວ, ເຂົ້າຮ່ວມມີທ່ານຫົວໜ້າກົມ, ຫົວໜ້າຫ້ອງການ ຈາກກະຊວງທີ່ກ່ຽວຂ້ອງ, ມີບັນດາທ່ານແຂກທີ່ຖືກເຊີນ, ມີບັນດາຄະນະນໍາ, ມີຜູ້ຕາງໜ້າ ແລະຜູ້ຮັບຜິດຊອບນຳພາຊາວໜຸ່ມນັກສຶກສາ ພ້ວມດ້ວຍນັກສຶກສາຈາກ 22 ມະຫາວິທະຍາໄລເຂົ້າຮ່ວມ.
ງານແລກປ່ຽນ ວັດທະນະທໍາ ອາຊຽນຄັ້ງທີ 17 ແລະອາຊຽນ +3ຄັ້ງທີ 7 ທີ່ ມຊ ໄດ້ເປັນເຈົ້າພາບຈັດຂຶ້ນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ ແລະແລກປ່ຽນວັດທະນະທໍາຂອງຊາວໜຸ່ມນັກສຶກສາ ໃນປະເທດອາຊຽນ ແລະອາຊຽນ + 3 ຈີນ, ເກົາຫລີໃຕ້ ແລະຍີ່ປຸ່ນ ໂດຍຜ່ານສຽງດົນຕີ, ບົດຟ້ອນ ແລະການສະແດງສິລະປະໃນຮູບແບບຕ່າງໆ ທີ່ເປັນມໍລະດົກທາງວັດທະນະທຳ ແລະສື່ເຖິງເອກະລັກສະເພາະຂອງຊາດຕົນ; ເພື່ອໃຫ້ຊາວໜຸ່ມນັກສຶກສາໄດ້ເຂົ້າເຖິງຄວາມຫຼາກຫຼາຍທາງວັດທະນະທຳ, ເສີມສ້າງຄວາມເຂົ້າໃຈເຊິງກັນ ແລະກັນ ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງຊາວໝຸ່ມດ້ວຍກັນໃນການສົ່ງເສີມ-ແລກປ່ຽນ ແລະຮັບຮູ້ວັດທະນະທຳຂອງກັນ ແລະກັນ; ເພື່ອສ້າງໂອກາດໃຫ້ບັນດາຊາວໝຸ່ມນັກສຶກສາ ແລະຜູ້ຮັບຜິດຊອບດ້ານວັດທະນະທຳໄດ້ພົບປະແລກປ່ຽນ ແລະປຶກສາຫາລືກ່ຽວກັບບັນຫາ ແລະຄວາມກັງວົນທີ່ມີຕໍ່ສິລະປະ-ວັດທະນະທຳຢູ່ໃນປະເທດຂອງຕົນ.
ງານຄັ້ງນີ້, ແມ່ນດຳເນີນເປັນເວລາ 6 ວັນ ຄື ວັນທີ 13 -18 ຕຸລາ 2019; ເຊິ່ງໃນງານແມ່ນໄດ້ຮັບຊົມການສະແດງສິລະປະຂອງແຕ່ລະປະເທດ, ຮັບຟັງການບັນຍາຍພິເສດໃນຫົວຂໍ້ “ສະເໜ່ຂອງປະຫວັດສາດ ແລະວັດທະນະທຳລາວ”, ສໍາມະນາກ່ຽວກັບສິລະປະການສະແດງຂອງລາວໃນຫົວຂໍ້ “ເຕັ້ນບັດສະຫຼົບ, ຟ້ອນລາວເດີມ”, “ສິລະປະດົນຕີລາວ” ແລະຫົວຂໍ້ “ວັດທະນະທຳການຂັບລຳ” ,ຈັດກອງປະຊຸມປຶກສາຫາລືກ່ຽວກັບເຄືອຂ່າຍມະຫາວິທະຍາໄລອາຊຽນ-ສິລະປະ ແລະວັດທະນະທໍາ, ສໍາມະນາວິຊາການດ້ານສິລະປະ-ວັດທະນະທໍາ ແລະຈັດກອງປະຊຸມສຳມະນາແລກປ່ຽນຄຳຄິດຄຳເຫັນຕໍ່ການສະແດງສິລະປະແບບລວມໝູ່ຂອງນັກສຶກສາ ນອກຈາກນັ້ນ, ຍັງໄດ້ໄປທັດສະນະສຶກສາ ຕາມສະຖານທີ່ທາງດ້ານວັດທະນະທໍາຂອງລາວເຊັນ ພະທາດຫຼວງວຽງຈັນ, ປະຕູໄຊ, ຫໍພະແກ້ວ ແລະວັດສີສະເກດ.
ຄາດວ່າການຈັດງານຄັ້ງນີ້ຈະເຮັດໃຫ້ຊາວໝຸ່ມນັກສຶກສາມີຄວາມຕື່ນຕົວຕໍ່ກັບອາຊຽນ, ມີຄວາມຮູ້ ແລະເຂົ້າໃຈເຖິງເອກະລັກສະເພາະຂອງອາຊຽນ, ມີຄວາມຮູ້ ແລະການຍອມຮັບວັດທະນະທຳ, ພາສາ ແລະສາສະໜາອື່ນໆ.
ຂ່າວ: ພະແນກປະຊາສຳພັນ ຫ້ອງການສັງລວມ ມຊ.