ກອງປະຊຸມສຳມະນາກ່ຽວກັບການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງພະນັກງານບໍລິຫານ,ວຽກງານບໍລິຫານອົງການ,ການຈັດສັນເອກະສານ ແລະ ວຽກງານການບໍລິຫານການເງີນ ແລະ ຊັບສິນໃຫ້ເປັນລະບົບຄົບຊຸດ ເພື່ອຫັນເປັນທັນສະໄໝ

ໃນວັນທີ 25-26 ຕຸລາ 2023 ທີ່ຜ່ານມາ, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງພະນັກງານບໍລິຫານ,ວຽກງານບໍລິຫານອົງການ,ການຈັດສັນເອກະສານ ແລະ ວຽກງານການບໍລິຫານການເງີນ ແລະ ຊັບສິນໃຫ້ເປັນລະບົບຄົບຊຸດ ເພື່ອຫັນເປັນທັນສະໄໝ,ທີ່ລີສອດນາປ່າກວາງ,ເມືອງແກ້ວອຸດົມ,ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.