ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບມາດຕະການຕ່າງໆອັນເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດທີ່ກ່ຽວຂ້ອງກັບຊັບສິນ. ສຶກສາເຖິງຄວາມຫມາຍ, ຄວາມສໍາຄັນ, ປະເພດ, ເງື່ອນໄຂ ແລະ ຂໍ້ຜູກພັນຂອງສັນຍາ; ການປະຕິບັດສິດ ແລະ ພັນທະທາງແພ່ງ ເຊັ່ນ: ການປະຕິບັດຕາມສັນຍາ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບຂັ້ນຕອນໃນການດໍາເນີນຄະດີແພ່ງ, ສິດ ແລະ ຫນ້າທີ່ ຂອງບັນດາຜູ້ເຂົ້າຮ່ວມໃນສາຍພົວພັນທາງແພ່ງ ແລະ ພື້ນຖານຄວາມຮັບຜິດຊອບທາງແພ່ງທີ່ຕ້ອງໄດ້ປະຕິບັດ.
ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບໜ້າທີ່ຂອງກົດໝາຍອາຍາ ແລະ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຊິ່ງລວມມີການວິເຄາະ ອົງປະກອບທີ່ກໍ່ໃຫ້ການກະທໍາຜິດທາງອາຍາ, ການກໍານົດໂທດ ແລະ ຂັ້ນຕອນຂອງການດໍາເນີນຄະດີທາງອາຍາ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮູ້ກ່ຽວກັບພາລະບົດບາດຂອງອົງການທີ່ມີສິດອໍານາດໃນການດຳເນີນຄະດີອາຍາເຊັ່ນ: ສານປະຊາຊົນ, ໄອຍະການປະຊາຊົນ, ອົງການສືບສວນສອບສວນຂອງເຈົ້າໜ້າທີ່, ຕໍາຫຼວດ, ທະຫານ, ພາສີ ແລະ ປ່າໄມ້ອິກດ້ວຍ.
ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບບັນດາຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ ເປັນຕົ້ນແມ່ນບັນດາກົດໝາຍໃນຂົງເຂດການລົງທືນ, ວິສາຫະກິດ, ພາສີ-ອາກອນ, ຊັບສີນທາງປັນຍາ, ແຮງງານ, ສີ່ງແວດລ້ອມ ແລະ ອື່ນໆ. ນອກນັ້ນ, ນັກສຶກສາໃນພາກວິຊານີ້ ຍັງຈະໄດ້ຮຽນຮູ້ເຖິງບັນດາພື້ນຖານການດໍາເນີນທຸລະກິດ ເຊັ່ນ: ການຄິດໄລ່ບັນຊີ, ການບໍລິຫານທຸລະກິດ, ແລະ ການຄ້າລະຫວ່າງປະເທດ.
ສາຂານີ້ຮຽນກ່ຽວກັບ ບັນດາກົດໝາຍທີ່ເປັນເຄື່ອງມືໃນການປົກຄອງ ແລະ ການບໍລິຫານລັດ, ໂຄງສ້າງ ແລະ ກົນໄກການປົກຄອງ ລວມທັງ ວິທະຍາສາດການເມືອງ, ລະບອບການເມືອງ ຂອງ ສປປ ລາວ ແລະ ທິດສະດີການບໍລິຫານລັດ. ໃນນັ້ນ, ນັກສຶກສາຈະໄດ້ລົງເລິກກ່ຽວກັບ ບັນດາຫຼັກການທາງດ້ານກົດໝາຍ ເຊັ່ນ: ກົດໝາຍລັດຖະທໍາມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດເປັນຕົ້ນ. ນອກນັ້ນ, ຍັງສຶກສາກ່ຽວກັບ ສະພາວະຂອງການເປັນຜູ້ນໍາ ແລະ ຈັນຍາບັນຂອງນັກປົກຄອງ ອີກດ້ວຍ.
ສາຂານີ້ ຮຽນກ່ຽວກັບການວິເຄາະນະໂຍບາຍຕ່າງປະເທດຂອງ ສປປ ລາວ ແລະ ບັນດາປະເທດມະຫາອຳນາດໃນໂລກ ເຊິ່ງມີອິດທິພົນໃນການກຳນົດຮູບແບບການຮ່ວມມືສາກົນ; ວິໄຈເຫດການພົ້ນເດັ່ນທາງດ້ານເສດຖະກິດ-ການເມືອງທີ່ເກີດຂຶ້ນທົ່ວໂລກ, ສຶກ ສາກ່ຽວກັບປະຫວັດສາດໂລກ, ລະບົບການເມືອງການປົກຄອງ, ເສດຖະສາດ, ກົດໝາຍລະຫວ່າງປະເທດ, ບົດບາດຂອງອົງການຈັດຕັ້ງສາກົນ, ການແກ້ໄຂຂໍ້ຂັດແຍ້ງລະຫວ່າງປະເທດ. ນອກຈາກນັ້ນ ຍັງສຶກສາກ່ຽວພິທິການທາງດ້ານການທູດ.