ວິທີການສິດສອນ
ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ ຈໍາລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການ ສົນທະນາ ແລະ ຄົ້ນຄວ້າ ເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ. ນອກນັ້ນ, ຍັງມີການໄປທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດຫມາຍແພ່ງ ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ.
ການສິດສອນ ປະກອບມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່ເກີດຂຶ້ນໃນສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນ ກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ ແລະ ບັນດາຫ້ອງການລັດຂັ້ນທ້ອງຖິ່ນ.
ວິທີການສິດສອນແມ່ນຜ່ານການຮຽນທາງທິດສະດີ ແລະ ສຶກສາຄົ້ນຄວ້າຈາກເອກະສານທາງກົດໝາຍ, ແຫຼ່ງຂໍ້ມູນຕ່າງໆໂດຍມີອາຈານສະເພາະດ້ານເປັນຜູ້ແນະນຳ. ນອກຈາກນັ້້ນ ຍັງມີການນຳໃຊ້ບົດຮຽນເຂົ້າໃນວຽກງານຕົວຈິງຜ່ານການຝຶກງານ ໂດຍແນໃສ່ສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດທາງດ້ານທຸລະກິດ ໂດຍສະເພາະແມ່ນຮຽນຮູ້ຫຼັກການໃນການຄຸ້ມຄອງ, ບໍລິຫານ ແລະ ຄວາມສາມາດແກ້ໄຂບັນຫາທີ່ເກີດຂຶ້ນ.
ການສິດສອນ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການປົກຄອງ ໃນຂັ້ນສູນກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ ແລະ ບັນດາຫ້ອງການລັດຂັ້ນທ້ອງຖີ່ນ.
ວິທີການສິດສອນແມ່ນແນໃສ່ ການວິເຄາະເຫດການຕົວຈິງທີ່ເກີດຂຶ້ນໃນໂລກເຊັ່ນ: ເຫດການຂໍ້ພິພາດທີ່ເກີດຂຶ້ນລະຫວ່າງປະເທດ ໂດຍອີງໃສ່ທິດສະດີຕ່າງໆທີ່ກ່ຽວຂ້ອງກັບການພົວພັນສາກົນ. ນັກສຶກສາຈະໄດ້ຮັບຟັງ ແລະ ຮຽນຮູ້ປະສົບການຕົວຈິງຈາກອາຈານຮັບເຊີນທີ່ເປັນນັກການທູດອາວຸໂສ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ມີໂອກາດເຂົ້າຮ່ວມງານກິດຈະກຳຂອງອົງການຈັດຕັ້ງສາກົນຕ່າງໆ ແລະ ຝຶກງານໃນອົງການລັດ ແລະ ອົງການຈັດຕັ້ງສາກົນເພື່ອເກັບກ່ຽວປະສົບການໃນການເຮັດວຽກຕົວຈິງ.