ອາຊີບ
ພາຍຫຼັງຈົບການສຶກສາ ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການໃນຂົງເຂດຍຸຕິທໍາ ຫຼື ນັກກົດຫມາຍໃນອົງກອນຂອງລັດຖະບານ ແລະ ເອກະຊົນ. ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ, ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງສາມາດເປັນທີ່ປຶກສາທາງດ້ານກົດຫມາຍ ໄດ້ອີກດ້ວຍ
ນັກສຶກສາທີ່ຈົບພາກກົດໝາຍອາຍາ ສາມາດປະກອບອາຊີບເປັນນັກກົດໝາຍ ຫຼື ວິຊາການຕາມບັນດາ ອົງການຕຸລາການ ເປັນຕົ້ນ ແມ່ນ ສານ, ໄອຍະການ, ສະພາທະນາຍຄວາມ, ອົງການສືບສວນ-ສອບສວນ ແລະ ກະຊວງທີ່ກ່ຽວຂ້ອງ. ນອກນັ້ນ, ຍັງສາມາດເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ ພາກເອກະຊົນ ແລະ ເປັນທະນາຍອິດສະຫຼະ.
ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ ສາມາດເປັນ ນັກກົດໝາຍ, ທີ່ປຶກສາ ທາງດ້ານກົດໝາຍ ຕາມສະຖາບັນທະນາຄານ, ການເງິນ ແລະ ພາກທຸລະກິດຕ່າງໆ; ສາມາດເປັນຜູ້ໄກ່ເກ່ຍ ຂໍ້ຂັດແຍ່ງທາງດ້ານທຸລະກິດ ແລະ ການຄ້າ, ເປັນນັກຄົ້ນຄວ້າໃນຂົງເຂດການສຶກສາ ທີ່ກ່ຽວ ຂ້ອງກັບກົດໝາຍ ແລະ ທຸລະກິດ.
ເປັນນັກວິຊາການ ແລະ ນັກບໍລິຫານ ໃນຂົງເຂດນິຕິກໍາທາງດ້ານການປົກຄອງ ຕາມບັນດາສໍານັກງານ, ອົງການ ແລະ ຫ້ອງການປົກຄອງຂອງລັດຖະບານ ເປັນຕົ້ນແມ່ນກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ, ຫ້ອງວ່າການນະຄອນຫຼວງ, ຫ້ອງວ່າການປົກຄອງແຂວງ ແລະ ອື່ນໆ. ນອກນັ້ນ, ຍັງສາມາດເປັນຜູ້ຊ່ວຍທາງດ້ານນິຕິກໍາໃນ ພາກເອກະຊົນອີກດ້ວຍ.
ນັກສຶກສາສາມາດປະກອບອາຊີບທີ່ຕິດພັນກັບວຽກງານການພົວພັນສາກົນເຊັ່ນ: ເປັນນັກການທູດ, ທີ່ປຶກສາດ້ານການທູດ, ນັກວິຊາການທາງດ້ານນະໂຍບາຍ ແລະ ການພົວພັນສາກົນ, ນັກວິເຄາະຂ່າວຕ່າງປະເທດ ແລະ ຜູ້ປະສານງານ ໃນອົງການຈັດສາກົນ, ອົງການຈັດຕັ້ງລັດ ໂດຍສະເພາະແມ່ນ ກະຊວງການຕ່າງປະເທດ, ສະຖານທູດ ແລະ ກົງສູນຕ່າງໆ.