ໃນວັນທີ 13 ມີນາ 2024 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດການປະກວດສິລະປະວັນນະຄະດີ ປະຈຳສົກສຶກສາ 2023-2024 ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງ ຄະນະນິຕິສາດ ແລະ ລັດຖະສາດ ຄົບຮອບ 38 ປີ ແລະ ເປັນກິດຈະກຳທີ່ເຮັດໃຫ້ນັກສຶກສາຄະນະນິຕິສາດ ແລະ ລັດຖະສາດ ຮູ້ຮັກສາວັດທະນະທຳອັນດີງາມຂອງຊາດ ຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາວາງອອກກໍຄື 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ. ການປະກວດສິລະປະຄັ້ງນີ້ນອກຈາກເປັນການສ້າງຂະບວນການຄືດັ່ງກ່າວແລ້ວຍັງເປັນການຄັດເລືອກເອົາຕົວແທນຜູ້ທີ່ໄດ້ຮັບລາງວັນຊະນະເລີດເຂົ້າຮ່ວມແຂ່ງຂັນສິລະປະວັນນະຄະດີປະຈຳປີ 2024ຂອງມະຫາວິທະຍາໄລແຫ່ງຊາດອີກດ້ວຍ. ໃນການປະກວດສິລະປະວັນນະຄະດີຄັ້ງນີ້ໄດ້ຮັບກຽດໄຂພິທີໂດຍ ທ່ານ ອຈ.ປອ ສົມເດດແກ້ວວົງສັກ ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ …
ໃນວັນທີ 4-5 ມີນາ 2024 ພາກວິຊາພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການພົວພັນສາກົນ ແລະ ກົດໝາຍສາກົນ ທີ່ ຫ້ອງປະຊຸມ L1 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 50 ທ່ານ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວຕ້ອນຮັບ ໂດຍທ່ານ ຮສ. ປອ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ. ໂດຍມີການເຊື້ອເຊີນບັນດາທ່ານ ວິທະຍາກອນຜູ້ຊ່ຽວຊານມາບັນຍາຍ ຈາກກະຊວງການຕ່າງປະເທດ ລວມທັງໜົດ ຈຳນວນ 4 ທ່ານ, …
ໃນຕອນເຊົ້າວັນທີ 24 ກຸ່ມພາ 2024 ຄະນະບໍລິຫານງານຊາວຫນຸ່ມປະຊາຊົນປະຕິວັດລາວ ຮາກຖານຄະນະນິຕິສາດ ແລະ ລັດຖະສາດ,ຄະນະບໍລິຫານງານຮາກຖານ ສາມ ອົງການຈັດຕັ້ງມະຫາຊົນ,ຄະນະໜ່ວຍ,ຄະນະຈຸ ສາມອົງການຈັດຕັ້ງມະຫາຊົນ,ສະມາຊິກສາມອົງການຈັດຕັ້ງມະຫາຊົນທີ່ເປັນພະນັກງານຄູ-ອາຈານ ແລະ ນັກສຶກສາທົ່ວຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການອອກແຮງງານຄັ້ງນີ້ ເພື່ອເປັນການສ້າງຂະບວນການອອກແຮງງານ( ວັນເສົາແດງ ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ເຊີ່ງແຕ່ລະພາກສ່ວນໄດ້ຈັດຕັ້ງກັນອານາໄມລວມຕາມຂອບເຂດແບ່ງປັນຂອງຕົນ ແຕ່ລະຕຶກທີ່ຕົນຮັບຜິດຊອບ ແລະ ບໍລິເວນອ້ອມຂ້າງ, ຫລັງຈາກອອກແຮງງານສຳເລັດ ພະນັກງານຄູ-ອາຈານໄດ້ເຂົ້າຮ່ວມກິດຈະກຳຕີບູນສ້າງຄວາມສາມັກຄີ.
ວັນທີ 22 ກຸ່ມພາ 2024 ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດຢູ່ທີ່ຫ້ອງປະຊຸມ B10 ພິທີລົງນາມບົດບັນທຶກຄວາມເຂົ້າໃຈທາງວິຊາການ ລະຫວ່າງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລການເມືອງການປົກຄອງ ມະຫາວິທະຍາໄລມະຫາສາລະຄາມ, ປະເທດໄທ ເຂົ້າຮ່ວມຄັ້ງນີ້ ໂດຍ ທ່ານ ຮສ. ປອ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ, ຮອງຄະນະບໍດີ,ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ ແລະ ພະນຫັງານຄູອາຈານທັງສອງສະຖາບັນເຂົ້າຮ່ວມ ຮູບພາບບັນຍາກາດ
ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງ ຂອງຄະນະບໍລິຫານງານແມ່ຍິງ ຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ຄັັ້ງທີ VI ໄດ້ເປີດຂຶັ້ນ ໃນຕອນເຊົັ້າຂອງວັນທີ31 ມັງກອນ 2024 ເວລາ 09 ໂມງ 00 ນາທີ, ທີັ່ຫ້ອງ ປະຊຸມ L1 ຊັັ້ນ 3 (ຕຶກອາເນກປະສົງ ຄນລ), ມີຜູ້ແທນເຂົັ້າຮ່ວມທັງໝົດ 73 ສະຫາຍ, ຍິງ 67 ສະຫາຍ, ແຂກຖືກ ເຊີນ 15 ສະຫາຍ, ຜູ້ມີສິດປ່ອນບັດທັງໝົດ 39 ສະຫາຍ, ຂາດ 8 …
ໃນຕອນເຊົ້າ ວັນທີ 8 ກຸມພາ 2024, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ຊາວີເອ ເບັດແຕຣ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈາກປະເທດລຸກຊໍາບວກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມຢ້ຽມຢາມ ແລະ ໂອ້ລົມຕໍ່ຄູ-ອາຈານ ແລະນັກສຶກສາຂອງ ຄນລ, ໂດຍມີທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ພ້ອມດ້ວຍຄະນະນຳ …
ໃນຕອນບ່າຍ ວັນທີ 31 ມັງກອນ 2024, ສະຫະພັນກຳມະບານ ຮາກຖານ ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຢູ່ທີ່ຕຶກອາເນກປະສົງຊັ້ນສາມຫ້ອງປະຊຸມL1, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທິບ ຈັນແດງ ຮອງປະທານສະຫະພັນກຳມະບານ ມຊ, ສະຫາຍ ນາງ ທັດສະນາລອນ ສີສຸນົນ ຄະນະພັກຮາກຖານ ຄນລ, ມີອົງການຈັດຕັ້ງພາຄີ ຊາວໜຸ່ມ ແລະແມ່ຍິງ, ພ້ອມດ້ວຍແຂກຖືກເຊີນ, ສະມາຊິກກຳມະບານ ທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນເຖິງ ສີທອນແກ້ວຈຳປາ ຮັກສາການປະທານສະຫະພັນກຳມະບານ ຮາກຖານ …
ໃນຕອນບ່າຍທີ 27 ທັນວາ 2023 ຜ່ານມານີ້, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VIII ຂຶ້ນທີ່ຫ້ອງປະຊຸມL1 . ໂດຍການເປັນປະທານຮ່ວມຂອງສະຫາຍ ຮສ.ປອ.ວຽງວິໄລ ທ່ຽງຈັນໄຊ ສະມາຊິກສະພາແຫ່ງຊາດ ຄະນະປະຈໍາພັກມະຫາວິທະຍາໄລແຫ່ງຊາດ ເລຂາຄະນະພັກຮາກຖານ ຄນລ, ສະຫາຍ ສີສຸພັນ ພົມມະນີວົງ ກໍາມະການສູນກາງຊາວໜຸ່ມ ປະຊາຊົນປະຕິບັດລາວ ຮອງເລຂາຄະນະພັກບໍລິຫານງານກະຊວງສຶກສາທິການ ແລະ ກິລາ, ສະຫາຍ ວິສຸດາ ຈອມມະນີຈັນ ເລຂາຊາວໜຸ່ມຮາກຖານ ຄນລ, ທ່ານ ນາງ. ທັດສະນາລອນ ສີສຸນ໌ນ ປະທານສະຫະພັນແມ່ຍິງຮາກຖານ …
ໃນຕອນເຊົ້າ ວັນທີ 25 ທັນວາ 2023 ນີ້, ຄະນະນິຕິສາດ ແລະ ລັດຖະສາດ (ມຊ) ໄດ້ຈັດກອງປະຊຸມລົງຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫ່ຍຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ,ປະກາດການຈັດຕັ້ງຫົວໜ້າພາກວິຊາກົດໝາຍທຸລະກິດ ແລະ ທາບທາມຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ທີ່ຫ້ອງປະຊຸມL1ຊັ້ນ II ຄນລ. ໂດຍການເປັນປະທານຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ, ມີບັນດາ ທ່ານ ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫ້ອງການຈັດຕັ້ງຄຸ້ມຄອງພະນັກງານ …
ວັນທີ 16 ທັນວາ 2023 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ການອອກແຮງງານວັນເສົາແດງສ້າງຂະບວນ ແລະ ການຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຄະນະພັກຮາກຖານ ຂັ້ນຫນ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ຮາກຖານ ຄນລ ໂດຍເຂົ້າຮ່ວມຂອງ ທ່ານ ຮສ.ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ມີບັນດາທ່ານຮອງຄະນະບໍດີ ບັນດາສະມາຊິກພັກ ແລະ ສາມອົງການຈັດຕັ້ງ (ກໍາມະບານ, ແມ່ຍິງ, ຊາວຫນຸ່ມ) ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທົ່ວຮາກຖານຄະນະນິຕິສາດ ແລະ ລັດຖະສາດ ຈຸດປະສົງ ເພື່ອເປັນການສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນກອງ …