ພາຍຫຼັງຈົບການສຶກສາ ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການໃນຂົງເຂດຍຸຕິທໍາ ຫຼື ນັກກົດຫມາຍໃນອົງກອນຂອງລັດຖະບານ ແລະ ເອກະຊົນ. ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ, ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງສາມາດເປັນທີ່ປຶກສາທາງດ້ານກົດຫມາຍ ໄດ້ອີກດ້ວຍ ນັກສຶກສາທີ່ຈົບພາກກົດໝາຍອາຍາ ສາມາດປະກອບອາຊີບເປັນນັກກົດໝາຍ ຫຼື ວິຊາການຕາມບັນດາ ອົງການຕຸລາການ ເປັນຕົ້ນ ແມ່ນ ສານ, ໄອຍະການ, ສະພາທະນາຍຄວາມ, ອົງການສືບສວນ-ສອບສວນ ແລະ ກະຊວງທີ່ກ່ຽວຂ້ອງ. ນອກນັ້ນ, ຍັງສາມາດເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ ພາກເອກະຊົນ ແລະ ເປັນທະນາຍອິດສະຫຼະ. ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ ສາມາດເປັນ …
ນັກສຶກສາຈະມີຄວາມຮູ້ກ່ຽວກັບຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ່ງ ແລະ ວິທີການດໍາເນີນຄະດີທາງແພ່ງເປັນຕົ້ນ ແລະ ຮູ້ຈັກວິທີຂຽນ ເອກະສານການດໍາເນີນຄະດີ. ສາມາດນໍາໃຊ້ຫຼັກການຂອງກົດຫມາຍ ແພ່ງຢ່າງຖືກຕ້ອງເຂົ້າໃນການປະຕິບັດວຽກງານກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງທາງດ້ານແພ່ງ, ໃຊ້ກົດຫມາຍເຂົ້າໃນ ການດໍາລົງຊີວິດ ຕົວຈິງ ທີ່ມີການພົວພັນກັບບຸກຄົນອື່ນໃນສັງຄົມ ເຊັ່ນ: ການເຂົ້າຮ່ວມສັນຍາຕ່າງໆ ມີຄວາມຮູ້ ແລະ ຄວາມສາມາດໃນການວິເຄາະການກະທຳຜິດ ແລະ ໂທດທາງອາຍາ, ມີທັກສະທີ່ຈຳເປັນໃນການດໍາເນີນຄະດີອາຍາເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານເປັນຕົ້ນ. ນອກຈາກນັ້ນ ຍັງໄດ້ຝຶກຝົນທັກສະໃນການສື່ສານ ແລະ ການວິເຄາະລາຍລະອຽດ. ນັກສຶກສາຈະມີຄວາມຮູ້ທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການດຳເນີນທຸລະກິດການຄ້າ, ຄວາມສາມາດໃນການ ບໍລິຫານຈັດການແລະ ຄຸ້ມຄອງທຸລະກິດຕາມຫຼັກການລະບຽບກົດໝາຍ. ນອກນັ້ນ ຍັງຈະໄດ້ຝຶກທັກສະໃນການ ວິເຄາະບັນຫາ, …
ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ ຈໍາລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການ ສົນທະນາ ແລະ ຄົ້ນຄວ້າ ເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ. ນອກນັ້ນ, ຍັງມີການໄປທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດຫມາຍແພ່ງ ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ. ການສິດສອນ ປະກອບມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່ເກີດຂຶ້ນໃນສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນ ກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, …
ສາຂານີ້ຮຽນກ່ຽວກັບມາດຕະການຕ່າງໆອັນເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດທີ່ກ່ຽວຂ້ອງກັບຊັບສິນ. ສຶກສາເຖິງຄວາມຫມາຍ, ຄວາມສໍາຄັນ, ປະເພດ, ເງື່ອນໄຂ ແລະ ຂໍ້ຜູກພັນຂອງສັນຍາ; ການປະຕິບັດສິດ ແລະ ພັນທະທາງແພ່ງ ເຊັ່ນ: ການປະຕິບັດຕາມສັນຍາ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບຂັ້ນຕອນໃນການດໍາເນີນຄະດີແພ່ງ, ສິດ ແລະ ຫນ້າທີ່ ຂອງບັນດາຜູ້ເຂົ້າຮ່ວມໃນສາຍພົວພັນທາງແພ່ງ ແລະ ພື້ນຖານຄວາມຮັບຜິດຊອບທາງແພ່ງທີ່ຕ້ອງໄດ້ປະຕິບັດ. ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບໜ້າທີ່ຂອງກົດໝາຍອາຍາ ແລະ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຊິ່ງລວມມີການວິເຄາະ ອົງປະກອບທີ່ກໍ່ໃຫ້ການກະທໍາຜິດທາງອາຍາ, ການກໍານົດໂທດ ແລະ ຂັ້ນຕອນຂອງການດໍາເນີນຄະດີທາງອາຍາ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮູ້ກ່ຽວກັບພາລະບົດບາດຂອງອົງການທີ່ມີສິດອໍານາດໃນການດຳເນີນຄະດີອາຍາເຊັ່ນ: ສານປະຊາຊົນ, ໄອຍະການປະຊາຊົນ, ອົງການສືບສວນສອບສວນຂອງເຈົ້າໜ້າທີ່, ຕໍາຫຼວດ, ທະຫານ, …
ເລື່ອງ: ການເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2568
ໃນວັນຈັນ ຕອນເຊົ້້າ ຂອງວັນທີ 24 ກຸມພາ 2025 ເວລາ 9:00-11:30 ໂມງ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈທາງວິຊາການ ລະຫວ່າງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະນິຕິສາດ ມະຫາວິທະຍາໄລທຳມະສາດ, ປະເທດໄທ. ເຂົ້າຮ່ວມໃນພິທີດັ່ງກ່າວ ປະກອບມີຄະນະຜູ້ບໍລິຫານຈາກສອງສະຖາບັນ ດັ່ງນີ້: ຄະນະຜູ້ບໍລິຫານ ແລະ ອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມມີ: 1. ອຈ. ປອ. ສົມເດດ ແກ້ວວົງສັກ …
ກອງປະຊຸມ ກິດຈະກຳການແຂ່ງຂັນຖາມ-ຕອບວິທະຍາສາດ ຕິດພັນກັບວຽກວິຊາການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 19 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ ມະຫາວີທະຍາໄລແຫ່ງຊາດ(ມຊ), ໂດຍການເຂົ້າຮ່ວມຂອງສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ປະທານ ແລະເລຂາ 3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ຊາວໜຸ່ມ, ກຳມະບານ) ແລະນັກສຶກສາເຂົ້າຮ່ວມ. ໃນພິທີ ສະຫາຍ ຮສ. ປອ. …
ໃນວັນທີ 6 ກຸມພາ 2025 ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫ່ຍຄະນະພັກຮາກຖານ ຄັ້ງ V ຂື້ນ ໂດຍການເຂົ້າຮ່ວມຂອງສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຮອງເລຂາຄະນະພັກ ມຊ ຮອງອະທິການບໍດີ ມຊ ມີສະຫາຍ ອຈ ປອ ສົມເດດ ແກ້ວວົງສັກ ປະທານກວດກາພັກຮາກຖານ ຄນລ ຮອງຄະນະບໍດີຜູ້ຮັບຜິດຊອບແທນຄະນະບໍດີ ຄນລ ພ້ອມດ້ວຍຄະນະພັກຮາກຖານ,ແຂກຖຶກເຊີນ,ປະທານສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ກອງປະຊຸມໃຫ່ຍຄະນະພັກຮາກຖານ ຄັ້ງ V ໃນຄັ້ງນີ້ ໄດ້ລົງປະຊາມະຕິເປັນເອກະພາບ ຮັບຮອງເອົາຫລາຍບັນດາເນື້ອໃນທີ່ສຳຄັນ …
ໃນຕອນບ່າຍຂອງວັນທີ 21 ມັງກອນ 2025, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດຕໍາແໜ່ງບໍລິຫານປະເພດ 4 ຂັ້ນຮອງຫົວໜ້າພາກວິຊາ, ແລະ ທາບທາມເອົາຄະນະບໍລິຫານງານພັກຮາກຖານ ຄນລ ຮອບ1 ຂື້ນທີ່ຫ້ອງປະຊຸມ L1 , ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ , ມີບັນດາ, ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຮອງພາກວິຊາ, ,ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງຜ່ານບົດສະຫຼຸບລາຍງານການເມືອງໃນການກະກຽມຄວາມພ້ອມກອງປະຊຸມໃຫ່ຍຮາກຖານ ຄນລ ຄັ້ງທີ 5 …