ໃນວັນທີ 11 ສິງຫາ 2023 ທີ່ຜ່ານມາ, ຄະນະນິຕິດສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຕ້ອນຮັບ ຄະນະຄູອາຈານ ຈາກ ມະຫາວິທະຍາໄລຂອນແກ່ນປະເທດໄທ ໂດຍການຕ້ອນຮັບ ທ່ານ ອຈ ປທ ບຸນຄົນ ເພັດດາວຮຸ່ງ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຫົວໜ້າພາກວິຊາ,ຫົວໜ້າພະແນກ,ຄູອາຈານ
ໃນວັນທີ 14 ສິງຫາ 2023 ທີ່ຜ່ານມາ, ຄະນະນິຕິດສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຕ້ອນຮັບ ຄະນະຄູອາຈານ ຈາກ Faculty of Social and Political Science, Bengkulu University ປະເທດອິນໂດເນເຊຍ ໂດຍການຕ້ອນຮັບ ທ່ານ ປອ.ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຫົວໜ້າພາກວິຊາ,ຫົວໜ້າພະແນກ,ຄູອາຈານ
ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາປະລິນຍາໂທນິຕິສາດ ມະຫາວິທະຍາໄລຂອນແກ່ນ ວິທະຍາເຂດໜອງຄາຍ ປະເທດໄທ ໂດຍການຕ້ອນຮັບຂອງທ່ານ ປອ.ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ພ້ອມດ້ວຍຄູອາຈານພາຍໃນຄະນະເຂົ້າຮ່ວມຢ່າງພ້ອມພຽງ ຄັ້ງວັນທີ 15 ກໍລະກົດ 2023 ທີ່ຫ້ອງປະຊຸມ L1 ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນ ທັດສະນະສຶກສາ ແລກປ່ຽນທາງວິຊາການ ດ້ານກົດໝາຍ ແລະ ຂະບວນການຍຸຕິທຳຂອງ ສປປ ລາວ ແລະ ປະເທດໄທ
ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະສ້າງຫລັກສູດໂຄງຮ່າງ ແລະ ເນື້ອໃນຫຼັກສູດປະລິນຍາເອກ ສາຂານິຕິສາດ ເປັນປະທານໂດຍ ທ່ານ ປອ.ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ມີບັນດາທ່ານຫົວໜ້າພາກວິຊາກົດໝາຍອາຍາ,ຫົວໜ້າພາກວິຊາກົດໝາຍແພ່ງ ແລະ ອາຈານທີ່ຮັບຜິດຊອບຫຼັກສູດນີ້ເຂົ້າຮ່ວມຢ່າງພ້ອມພຽງ ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ 22 ມີນາ 2023 ທີ່ຫ້ອງປະຊຸມ B10
ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໂດຍສົມທົບກັບ 3 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຈັດພິທີສະເຫຼີມ ສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ເຊິ່ງພິທີໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ຮສ.ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິິສາດ ແລະ ລັດຖະສາດ ມຊ , ມີຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ ພະນັກງານຄູ-ອາຈານ,ນັກສຶກສາ ແລະ ລູກຫຼານ ຂອງພະນັກງານຄະນະນິຕິສາດ ແລະ ລັດຖະສາດ ມຊ …
ກອງປະຊຸມທາບທາມຮ່າງກົດໝາຍ ຈໍານວນ 4 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ຶອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ກອງປະຊຸມດັ່ງກ່າວ ຈັດຂື້ນໃນວັນທີ 19 ພຶດສະພາ 2023 ທີ່ຫ້ອງປະຊຸມ L1 ຊັ້ນສາມ ຕຶກອາເນກປະສົງ ຮຽນເຊີນ ທ່ານເຂົ້າຮ່ວມມີຄໍາເຫັນຕໍ່ກົດໝາຍຈໍານວນດັ່ງກ່າວ ໂດຍສະເພາະ ທ່ານ ຄູ, ອາຈານ ແລະ ນັກສຶກສາ ທີ່ສິດສອນໃນຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ,ທ່ານສາມາດດາວໂລດເອກະສານທັງໝົດໄດ້ຕາມລິງດ້ານລຸ່ມນີ້ເພື່ອປະກອບຄໍາເຫັນໃສ່ຮ່າງກົດໝາຍ. ດາວໂຫລດຮ່າງກົດໝາຍ ຕິດຕໍ່ສອບຖາມຂໍ້ມູນ: 020 22551996, 020 78887484
ຮຽນ : ຮອງຄະນະບໍດີ, ຫົວໜ້າພາກວິຊາ , ຫົວໜ້າພະແນກ , ຫົວໜ້າສູນ; – ພະນັກງານ, ຄູ ,ອາຈານ, ນັກສຶກສາ ແລະ – ອະດີດນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ທຸກໆ ຮຸ່ນ. ເລື່ອງ : ການເຂົ້າຮ່ວມກິດຈະກຳທາງດ້ານວິຊາການ ແລະ ກິລາ ເພື່ອສ້າງຄວາມສາມັກຄີ ແລະ ພົບປະກັບອະດີດ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະນິຕິສາດ ແລະ …