ໃນວັນທີ 15 ກັນຍາ 2022 ນີ້ທີ່ເດີນບານເຕະເພັດມະນີ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຫ້ອງການຄຸ້ມຄອງໂຄງການຫຼັກສູດ ຈັດກິດຈະກໍາເຕະບານມິດຕະພາບ,ມີບັນດາພະນັກງານຄູອາຈານ ພ້ອມດ້ວຍນັກກິລາທັງສອງພາກສ່ວນເຂົ້າຮ່ວມ,ຜົນການເຕະບານມິດຕະພາບ ທາງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຫ້ອງການຄຸ້ມຄອງໂຄງການຫຼັກສູດ ຊະນະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ 3-1 ຈຸດປະສົງຂອງການເຕະບານມິດຕະພາບທັງສອງຝ່າຍ,ເພື່ອຫັດແໜ້ນຄວາມສາມັກຄີລະຫວ່າງສອງສະຖາບັນການສຶກສາ ໃຫ້ມີຄວາມໜັກແໜ້ນ ແລະ ສະໜິດສະໜົມກ່ວາເກົ່າ.
ວັນທີ 27 ສິງຫາ 2022 ຄະນະນິຕິສາດ ແລະ ລັດຖະສາດ ມຊ ຕ້ອນຮັບ ຄະນະອາຈານ ແລະ ນັກສຶກສາ ປະລິນຍາໂທ ຈາກ ຄະນະວິສາຫະການ ສາຂາ ນິຕິສາດ ມະຫາວິທະຍາໄລຂອນແກ່ນ ຣາຊາອານາຈັກໄທ ໂດຍ ທ່ານຮອງສາດສະດາຈານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມຊ ປະທານໃນພິທີ ພ້ອມດ້ວຍ ດຣ. ສູນທະລີ ບູນສິດຊົນ (Asst. Prof.Dr. Santarem BUCHITCHON) ຮອງຄະນະບໍດີ ຄະນະວິສາຫະການ ສາຂາ …
ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022 ຄະນະການຮ່ວມມືທາງວິຊາການລະຫວ່າງຫ້ອງສະໝຸດໃນລາວໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະປະທານ ທ່ານ ອຈ. ສີພາ ພົງສະຫັວດ ພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 45 ທ່ານ ຈາກຫໍສະໝຸດ 20 ແຫ່ງໃນລາວ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ. ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ …
ໃນລະຫວ່າງວັນທີ 14-17 ສິງຫາ 2022 ນີ້, ພະແນກວິຊາການ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງ ແລະ ບໍລິຫານຈັດການລະບົບຖານຂໍ້ມູນຂອງ ຄນລ; ກອງປະຊຸມໄດ້ຈັດຂຶ້ນທີ່ຫ້ອງປະຊຸມເຮືອນພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ອຈ. ປອ. ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄນລ, ມີບັນດາ ຫົວໜ້າພາກວິຊາ,ທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ຜູ້ຮັບຜິດຊອບແຕ່ລະພາກສ່ວນ ຄູອາຈານເຂົ້າໃຈໃນການນໍາໃຊ້ລະບົບຖານຂໍ້ມູນ ແລະ ເປັນເອກະພາບກັນໃນການນໍາໃຊ້ຖານຂໍ້ມູນຂອງພວກເຮົານີ້ ໃນກອງປະຊຸມ ທ່ານ ປອ ດວງມາລາ ຄໍາສົງກາ ຫົວໜ້າພະແນກວິຊາການ …
ຄະນະນິຕິສາດ ແລະ ລັດຖະສາດໄດ້ຈັດຕັ້ງການຮັບຟັງປາຖະກະຖາກ່ຽວກັບມູນເຊື້ອ ແລະ ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ແລະ ເພື່ອເປັນການປະກອບສ່ວນຮ່ວມກັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ເຂົ້າໃນຂະບວນການສະເຫຼີມສະຫຼອງປີມິດຕະພາບ ແລະ ຄວາມສາມັກຄີລາວ-ຫວຽດນາມ ກໍ່ຄືວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ. ພິທີໄດ້ຈັດຂຶ້ນ ໃນຕອນເຊົ້າຂອງ ວັນທີ 10 ສິງຫາ 2022 ຢູ່ຫ້ອງປະຊຸມL1 ຕຶກອາເນກປະສົງ …
ໃນລະຫວ່າງວັນທີ 27-29 ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ. ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ …
ໃນຕອນບ່າຍຂອງວັນທີ 19 ກໍລະກົດ 2022, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຕໍາແໜ່ງ ຮອງຄະນະບໍດີ ຂື້ນທີ່ຫ້ອງປະຊຸມ B10 , ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ , ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມີບັນດາ, ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຮອງພາກວິຊາ, , ຫົວໜ້າະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະເຂົ້າຮ່ວມ. ໃນພິທີ, ທ່ານ …
ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ20 ກໍລະກົດ 1955-20 ກໍລະກົດ 2022) ຄົບຮອບ 67 ປີ, ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນເຊົ້າວັນທີ 16 ກໍລະກົດ 2022 ຄະນະບໍລິຫານງານຮາກຖານ ຄນລ ສົມທົບ 2 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ,ພະນັກງານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ …
ໃນຕອນເຊົ້າຂອງວັນທີ 29 ມີຖຸນາ 2022 ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ) ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະສູນຂໍ້ມູນຂ່າວສານພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 9 ທ່ານ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ. ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້:ເພື່ອຖອດຖອນບົດຮຽນບາງວຽກງານດັ່ງນີ້: ການຄຸ້ມຄອງ ແລະ …
ໃນລະຫວ່າງວັນທີ 21-23 ມີຖຸນາ 2022 ນີ້ ໜ່ວຍວິຊາພາສາຕ່າງປະເທດ, ພາກວິຊາພົວພັນສາກົນ, ຄນລ ໄດ້ຈັດກອງປະຊຸມແລກປ່ຽນການຮຽນການສອນພາສາຕ່າງປະເທດ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມລີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ປທ ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາພົວພັນສາກົນ ພ້ອມດ້ວຍບັນດາອາຈານທີ່ສອນພາສາຕ່າງປະເທດຢູ່ ຄນລ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນການຮຽນການສອນພາສາຕ່າງປະເທດຈາກ ຄນລ ,ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລຈໍາປາສັກ ເພື່ອເປັນການແລກປ່ຽນ,ປັບປຸງ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດ,ປະສົບການດ້ານການສິດສອນເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນປະຈຸບັນ.