ສາຂານີ້ຮຽນກ່ຽວກັບມາດຕະການຕ່າງໆອັນເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດທີ່ກ່ຽວຂ້ອງກັບຊັບສິນ. ສຶກສາເຖິງຄວາມຫມາຍ, ຄວາມສໍາຄັນ, ປະເພດ, ເງື່ອນໄຂ ແລະ ຂໍ້ຜູກພັນຂອງສັນຍາ; ການປະຕິບັດສິດ ແລະ ພັນທະທາງແພ່ງ ເຊັ່ນ: ການປະຕິບັດຕາມສັນຍາ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບຂັ້ນຕອນໃນການດໍາເນີນຄະດີແພ່ງ, ສິດ ແລະ ຫນ້າທີ່ ຂອງບັນດາຜູ້ເຂົ້າຮ່ວມໃນສາຍພົວພັນທາງແພ່ງ ແລະ ພື້ນຖານຄວາມຮັບຜິດຊອບທາງແພ່ງທີ່ຕ້ອງໄດ້ປະຕິບັດ. ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບໜ້າທີ່ຂອງກົດໝາຍອາຍາ ແລະ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຊິ່ງລວມມີການວິເຄາະ ອົງປະກອບທີ່ກໍ່ໃຫ້ການກະທໍາຜິດທາງອາຍາ, ການກໍານົດໂທດ ແລະ ຂັ້ນຕອນຂອງການດໍາເນີນຄະດີທາງອາຍາ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮູ້ກ່ຽວກັບພາລະບົດບາດຂອງອົງການທີ່ມີສິດອໍານາດໃນການດຳເນີນຄະດີອາຍາເຊັ່ນ: ສານປະຊາຊົນ, ໄອຍະການປະຊາຊົນ, ອົງການສືບສວນສອບສວນຂອງເຈົ້າໜ້າທີ່, ຕໍາຫຼວດ, ທະຫານ, …