ໃນຕອນບາຍວັນທີ 01 ມີນາ 2023 ປະທານສະຫະພັນແມ່ຍິງຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ຄະນະບໍລິຫານງານຮາກຖານ ສາມ ອົງການຈັດຕັ້ງມະຫາຊົນ,ຄະນະໜ່ວຍ,ຄະນະຈຸ ສາມອົງການຈັດຕັ້ງມະຫາຊົນ,ສະມາຊິກສາມອົງການຈັດຕັ້ງມະຫາຊົນທີ່ເປັນພະນັກງານຄູ-ອາຈານ ແລະ ນັກສຶກສາທົ່ວຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການອອກແຮງງານຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິບັດລາວຄົບຮອບ 68 ປີ (22/03/1955-22/03/2023),ວັນແມ່ຍິງສາກົນຄົບຮອບ 113 ປີ (08/03/1910-08/03/2023 ) ແລະ ວັນສ້າງຕັ້ງຄະນະນິຕິສາດ ແລະ ລັດຖະສາດ ຄົບຮອບ 37ປີ (23/03/1986- 23/03/2023), ເຊີ່ງແຕ່ລະພາກສ່ວນໄດ້ຈັດຕັ້ງກັນອານາໄມລວມຕາມຂອບເຂດແບ່ງປັນຂອງຕົນ ແຕ່ລະຕຶກທີ່ຕົນຮັບຜິດຊອບ ແລະ ບໍລິເວນອ້ອມຂ້າງ, ຫລັງຈາກອອກແຮງງານສຳເລັດ ພະນັກງານຄູ-ອາຈານໄດ້ເຂົ້າຮ່ວມກິດຈະກຳຕີບູນສ້າງຄວາມສາມັກຄີ. …
ໃນວັນທີ 15 ທັນວາ 2022 ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮ່ວມກັບສະຖາບັນການຕ່າງປະເທດ ໃນການຕ້ອນຮັບການລົງມາຢ້ຽມຢາມຂອງຄະນະຜູ້ແທນເຂົ້າຮ່ວມ ກອງປະຊຸມສໍາມະນາ ພາຍໃຕ້ໂຄງການ “ The 3rd Leg of ASEAN-IPR Training Series with the theme “Post-Conflict and Reintegration Experience in Southeast Asia: Focus on Reconciliation Models” ທີ່ ຄະນະນິຕິສາດ ແລະ ລັດຖະ ສາດ, ມະຫາວິທະຍາໄລແຫ່ງຊາດ, ຫ້ອງປະຊຸມ L1 …
ວັນທີ 06 ທັນວາ 2022, ສົມເດັດ ພະຣາຊາ ອັງຣີ ແຫ່ງຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ມາຢ້ຽມຢາມ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຖືກຕ້ອນຮັບໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ , ທ່ານ ອຈ.ປອ. ສົມເດດ ແກ້ວວົງສັກ ຮອງຄະນະບໍດີ,ທ່ານ ອຈ. …
ຄະນະນິຕິສາດ ແລ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກໍາແຂ່ງຂັນກິລາເປຕັງລະຫວ່າງຄູອາຈານ ຄນລ ແລະ ພະນັກງານບຳນານອາວຸໂສຂື້ນໃນວັນທີ 18 /11/2022 ທີ່ເດີນເປຕັງ ຄະນະນິຕິສາດ ແລະ ລັດຖະສາດ,ເຂົ້າຮ່ວມມີບັນດາທ່ານ ຄະນະບໍດີ,ຮອງຄະນະບໍດີ, ອະດິດຮອງຄະນະບໍດີ,ພະນັກງານອາວຸໂສບຳນານ ພ້ອມດ້ວຍຄູອາຈານເຂົ້າຮ່ວມຢ່າງພ້ອມພຽງ. ການຈັດການແຂ່ງຂັນດັ່ງກ່າວ ເພື່ອສະເຫລີມສະຫລອງວັນຄູແຫ່ງຊາດຄົບຮອບ 28 ປີ ,ສະເຫລີມສະຫລອງເນື່ອງໃນໂອກາດວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 26 ປີ ແລະ ເພື່ອສ້າງຂະບວນການຕ້ອນຮັບສະເຫຼີມສະຫຼອງວັນຊາດທີ2 ທັນວາ ຄົບຮອບ 47ປີ (2/12/1975-2/12/2022) ໃນໂອກາດດັ່ງກ່າວ ຂໍອະນຸຍາດຕ່າງໜ້າ ເພື່ອນພະນັກງານບຳນານ ຂໍສະແດງຄວາມຂອບໃຈອັນສຸດຊຶ້ງມາຍັງ ຄະນະ ຄນລ ຕະຫຼອດທັງ ບັນດາອາຈານ …
ໃນວັນທີ 06 ຕຸລາ 2022 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທິສະຫຼຸບຊຸດຮຽນ 2018-2022 ປະຈໍາສົກສຶກສາ 2021-2022, ໄຂສົກຮຽນໃໝ່ ສົກສຶກສາ 2022-2023 ຂື້ນຢູ່ຫ້ອງປະຊຸມ L01 ໂດຍເປັນກຽດເປັນປະທານ ໂດຍ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ ມີບັນດາ ອະດິດຄະນະບໍດີ,ອາຈານອາວຸໂສ,ອາຈານຮັບເຊີນ, ຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ຫົວໜ້າສູນ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ ໃນໂອກາດພິທີສະຫຼຸບຊຸດຮຽນ 2018-2022 ປະຈໍາສົກສຶກສາ 2021-2022, ໄຂສົກຮຽນໃໝ່ …
ໃນວັນທີ 30 ກັນຍາ 2022 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ການຄົ້ນຄ້ວາວິທະຍາສາດທາງດ້ານກົດໝາຍ-ສັງຄົມ ຄັ້ງທີ 4 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຫ້ອງປະຊຸມ L01 ຕຶກອາເນກປະສົງ ໃຫ້ກຽດເປັນປະທານ ໂດຍ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ,ມີຜູ້ຕ່າງໜ້າຈາກ ຄນລ, ມຊ, ສະຖາບັນຍຸຕິທຳແຫ່ງຊາດ,ຕ່າງໜ້າອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ,ອົງການກວດກາລັດຖະບານ,ຕ່າງໜ້າຈາກບັນດາກົມ,ບັນດາກະຊວງ. ໃນກອງປະຊຸມດັ່ງກ່າວ ທ່ານ ຮສ.ວຽງວິໄລ ທ່ຽງຈັນໄຊ ໄດ້ກ່າວວ່າ : ກອງປະຊຸມເຜີຍແຜ່ການຄົ້ນຄ້ວາວິທະຍາສາດທາງດ້ານກົດໝາຍ-ສັງຄົມ ຄັ້ງທີ 4 ປະຈຳປີ 2022 ນີ້ ມີຈຸດປະສົງເພື່ອເສີມຂະຫຍາຍ ແລະ …
ໃນວັນທີ 26-28 ກັນຍາ 2022 ນີ້, ພະແນກວິຊາການ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກງານການປະກັນຄຸນນະພາບການສຶກສາລະຫວ່າງ 13 ຄະນະວິຊາພາຍໃນ ມະຫາວິທະຍາໄລແຫ່ງຊາດ,ທີ່ທ່າລາດ,ແຂວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີຮອງຫົວໜ້າກົມປະກັນຄຸນນະພາບການສຶກສາ ຈາກກະຊວງສຶກສາທິການ ແລະ ກິລາ, ຮອງຄະນະບໍດີ,ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ,ຫົວໜ້າຫ້ອງການວິຊາການ ມຊ ມີຜູ້ຕາງໜ້າ ຮອງຄະນະບໍດີ,ຫົວໜ້າພະແນກວິຊາການຈາກ 13 ຄະນະວິຊາ ແລະ ພະນັກງານ, …
ຜ່ານໄປແລ້ວກັບການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ຫຼື 𝗧𝗵𝗲 𝟵𝘁𝗵 𝗔𝗦𝗘𝗔𝗡 𝗤𝘂𝗶𝘇 ຂອງພວກເຮົາ ໃນວັນທີ 𝟮𝟰-𝟮𝟱 ກັນຍາ 𝟮𝟬𝟮𝟮 ໃນວັນເສົາ, 𝟮𝟰 ກັນຍາ 𝟮𝟬𝟮𝟮 ແມ່ນມື້ເປີດງານຢ່າງເປັນທາງການ ໂດຍພາຍໃນງານ ໄດ້ມີການບັນຍາຍສຸດພິເສດຈາກ ‘ທ່ານ ສຸກສາຄອນ ແກ້ວພິລາ ຮອງຫົວໜ້າພະແນກເສດຖະກິດອາຊຽນ, ກົມອາຊຽນ ກະຊວງການຕ່າງປະເທດ ສປປ ລາວ ພາຍໃຕ້ຫົວຂໍ້ “ ແຜນການພັດທະນາທາງດ້ານເສດຖະກິດຂອງ ບັນດາກຸ່ມປະເທດສະມາຊິກອາຊຽນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 𝟭𝟵 “ ຫຼື “ 𝗘𝗰𝗼𝗻𝗼𝗺𝗶𝗰 𝗗𝗲𝘃𝗲𝗹𝗼𝗽𝗺𝗲𝗻𝘁 𝗣𝗹𝗮𝗻𝘀 …
ກອງປະຊຸມຄະນະກຳມະການບໍລິຫານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ປະຈໍາປີ 2021-2022 ໄດ້ໄຂຂື້ນຢ່າງເປັນທາງການໃນເຊົ້າຂອງວັນທີ 22 ກັນຍາ 2022 ກອງປະຊຸມໄດ້ດຳເນີນເປັນເວລາ ສາມ ວັນ ທີ່ຫ້ອງປະຊຸມ ຖິ່ນແກ້ວ ລີ່ສອດນາປາກກວາງ, ເມືອງແກ້ວອຸດົມ,ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຮອງສາດສະດາຈານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ເຊີ່ງມີສະມາຊິກເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານ ຮອງຄະນະບໍດີ,ຫົວໜ້າພາກວິຊາ,ຫົວໜ້າພະແນກ,ຕ່າງໜ້າສາມອົງການຈັດຕັ້ງ ແລະ ສູນ,ພະນັກງານບໍລິຫານ ທັງໝົດມີຈໍານວນ 28 ທ່ານ ໃນນັ້ນມີຍິງ12 ທ່ານ ຄະນະກຳມະການບໍລິຫານໄດ້ຮັບຮອງ ແລະ ເປັນເອກະສັນໃນການພິຈາລະນາບັນຫາຕ່າງໆດັ່ງນີ້: ໄດ້ຮັບຟັງການຜ່ານບົດສະຫຼຸບປະຈຳປີ2021-2022 …
ວັນທີ 19-20 ກັນຍາ 2022 ທີ່ເມືອງທຸລະຄົມ ແຂວງວຽງຈັນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານ ແລະ ຮັບຮອງຮູບແບບ ແລະ ບົດວິພາກ ວາລະສານກົດໝາຍຂື້ນ ໂດຍເປັນປະທານຂອງ ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຝ່າຍວິຊາການ,ມີບັນດາ ຮອງຄະນະບໍດີ,ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ຄູອາຈານ,ຄະນະຮັບຜິດຊອບເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື,ຮັບຮອງຮູບແບບ ແລະ ບົດວິພາກ ວາລະສານກົດໝາຍ ໃນກອງປະຊຸມດັ່ງກ່າວ ໄດ້ມີການປະກອບຄໍາຄິດຄໍາເຫັນຂອງຫົວໜ້າພາກວິຊາ,ຫົວໜ້າພະແນກ ເຂົ້າໃນການຮັບຮອງຮູບແບບ ແລະ ບົດວິພາກ ວາລະສານກົດໝາຍ ຢ່າງສ້າງສັນ ເຮັດໃຫ້ກອງປະຊຸມເຫັນດີ ແລະ …