Preaload Image

ປະຫວັດຄວາມເປັນມາຂອງຄະນະນິຕິສາດ ແລະ ລັດຖະສາດ

ຄະນະນິຕິສາດ ແລະ ລັດຖະສາດ ໄດ້ສ້າງຕັ້ງຂື້ນໃນ ປີ 1997, ຊຶ່ງມີພື້ນຖານຈາກໂຮງຮຽນກົດໝາຍຊັ້ນສູງຂອງກະຊວງຍຸຕິທຳໃນເມື່ອກ່ອນ, ໂດຍມີປະຫວັດຄວາມເປັນມາ ດັ່ງນີ້:

ພາຍຫຼັງໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ກະຊວງຍຸຕິທຳໄດ້ສ້າງຕັ້ງໂຮງຮຽນກົດໝາຍຂຶ້ນໃນປີ 1986 ເພື່ອກໍ່ສ້າງນັກວິຊາການກົດໝາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນຂອບເຂດທົ່ວປະເທດ. ໃນເບື້ອງຕ້ົນຫຼັກສູດການຮຽນ ຂອງໂຮງຮຽນກົດໝາຍແຫ່ງນີ້ມີແຕ່ 03 ປີເທົ່ານັ້ນ, ຕໍ່ມາໂຮງຮຽນກົດໝາຍແຫ່ງນີ້ໄດ້ຍົກລະດັບຂຶ້ນເປັນໂຮງຮຽນກົດໝາຍຊັ້ງສູງ ຊຶ່ງມີຫຼັກສູດການຮຽນ 05 ປີ ແລະ ສຸດທ້າຍ ໃນປີ 1996 ພັກ ແລະ ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍ ຫັນເອົາສະຖາບັນການສຶກສາຊັ້ນສູງ 10 ສະຖາບັນຢູ່ພາຍໃນນະຄອນຫຼວງວຽງຈັນໂຮມເຂົ້າກັນ ເພື່ອສ້າງເປັນມະຫາວິທະຍາໄລແຫ່ງຊາດ.
ດັ່ງນັ້ນ, ມາເຖິງປີ 1997 ກະຊວງຍຸຕິທຳ ແລະ ກະຊວງສຶກສາຈຶ່ງຕົກລົງມອບ-ຮັບ ໂຮງຮຽນ ກົດໝາຍຊັ້ນສູງແຫ່ງນີ້ ໃຫ້ເປັນຄະນະໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ ແລະຂຶ້ນກັບກະຊວງສຶກສາ ທິການ ແລະ ກິລາ ໂດຍເອີ້ນຊື່ວ່າ: ຄະນະນິຕິສາດ ແລະ ລັດຖະສາດ ນັບແຕ່ເວລານັ້ນເປັນຕົ້ນມາ.
ຄະນະນິຕິສາດ ແລະ ລັດຖະສາດ ເບື້ອງຕົ້ນມີ 02 ພາກວິຊາ ຄື: ພາກວິຊານິຕິສາດ ແລະ ພາກວິຊາລັດຖະສາດ. ຫຼັງຈາກນັ້ນປີ 2004 ໄດ້ສ້າງຕັ້ງພາກວິຊາພົວພັນສາກົນ, ຕໍ່ມາປີ 2007 ໄດ້ສ້າງຕັ້ງພາກວິຊາກົດໝາຍທຸລະກິດ ແລະ ມາເຖິງປີ 2010 ໄດ້ແຍກພາກວິຊານິຕິສາດ ອອກເປັນ ພາກວິຊາກົດໝາຍແພ່ງ ແລະ ພາກວິຊາກົດໝາຍອາຍາ. ສະນັ້ນ, ປັດຈຸບັນ ນີ້ຄະນະນິຕິສາດ ແລະ ລັດຖະສາດ ໄດ້ມີ 05 ພາກວິຊາ ຄື: ພາກວິຊາກົດໝາຍແພ່ງ, ພາກວິຊາກົດໝາຍອາຍາ, ພາກວິຊາ ລັດຖະສາດ, ພາກວິຊາພົວພັນສາກົນ ແລະ ພາກວິຊາກົດໝາຍທຸລະກິດ. ນອກນັ້ນ, ຍັງມີ 03 ໜ່ວຍງານທີ່ມີບົດບາດສຳຄັນອີກ ເຊັ່ນ: ໜ່ວຍງານບົດບາດຍິງ-ຊາຍ, ໜ່ວຍງານກົດໝາຍ ເພື່ອປະຊາ ຊົນ ແລະ ໜ່ວຍງານສິດທິມະນຸດ, ຕະຫຼອດ 15 ປີຜ່ານມາມີຜູ່ຈົບການສຶກສາລະດັບປະລິນຍາຕີ 5,000 ກ່ວາຄົນ ແລະ ປະລິນຍາໂທ 30 ຄົນ.
ຄະນະນິຕິສາດ ແລະ ລັດຖະສາດ ມີພະນັກງານ, ອາຈານທັງໝົດ 118 ຄົນ, ຍິງ 52 ຄົນ. ນອກນັ້ນ, ຍັງໄດ້ເຊີນອາຈານຜູ່ຊ່ຽວຊານມາສອນ ແລະ ປະຖະກະຖາ ເຊັ່ນ: ຈາກກະຊວງຍຸຕິທຳ, ສານປະຊາຊົນ, ກະຊວງການຕ່າງປະເທດ, ສະພາແຫ່ງຊາດ ແລະ ອາຈານຈາກຄະນະວິຊາອື່ນໆ ໃນມະຫາວິທະຍາໄລແຫ່ງຊາດ.
ຄະນະນິຕິສາດ ແລະ ລັດຖະສາດ ຢູ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ຂອງມະຫາວິທະຍາໄລ ແຫ່ງຊາດ ເປັນຄະນະວິຊາທີ່ໃຫ້ການສຶກສາທາງດ້ານກົດໝາຍ ແລະ ໄດ້ຖືກຮັບຮູ້ໂດຍລັດຖະບານ. ໃນຖານະເປັນຄະນະວິຊາໜຶ່ງ ທີ່ນຳໜ້າທາງດ້ານການໃຫ້ການສຶກສາ ດ້ານກົດໝາຍໃນ ສ ປ ປ ລາວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານບຸກຄະລາກອນໃນຂົງເຂດວຽກງານຍຸຕິທຳໃນ ຂອບເຂດທົ່ວປະເທດ.

lo