Preaload Image

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
ມະຫາວິທະຍາໄລແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ​

ກົດໝາຍອາຍາ ແມ່ນກົດໝາຍ​ທີ່ມີໜ້າ​ທີ່ປົກ​ປັກ​ຮັກສາລະບອບການເມືອງ, ເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ, ກຳມະສິດ​ຂອງ​ລັດ, ລວມໝູ່ ​ແລະ ​ເອກະ​ຊົນ. ກົດໝາຍດັ່ງກ່າວ ມີຄວາມສໍາຄັນຫຼາຍຕໍ່ກັບ ການພັດທະນາໃນ ຂົງເຂດວຽກງານ ຍຸດຕິທໍາ ​ໂດຍ​ສະ​ເພາະ​ແມ່ນການແກ້ໄຂຂໍ້​ຂັດ​ແຍ້​ງທີ່​ແຕະຕ້ອງ​ເຖິງສິດ​ເສລີພາບ ແລະ ຜົນປະໂຫຍດ ອັນຊອບທໍາຂອງພົນລະເມືອງທຸກຄົນ, ຄວາມສະຫງົບຂອງ​ຊາດ ​ແລະ ຄວາມເປັນລະບຽບຮຽບຮ້ອຍ​ໃນສັງຄົມ.

ວິຊານີ້ຮຽນກ່ຽວກັບຫຍັງ​

ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບໜ້າທີ່ຂອງກົດໝາຍອາຍາ ແລະ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຊິ່ງລວມມີການວິເຄາະ ອົງປະກອບທີ່ກໍ່ໃຫ້ການກະທໍາຜິດທາງອາຍາ, ການກໍານົດໂທດ ແລະ ຂັ້ນຕອນຂອງການດໍາເນີນຄະດີທາງອາຍາ.  ນອກນັ້ນ, ນັກສຶກສາຍັງຈະໄດ້ຮູ້ກ່ຽວກັບພາລະບົດບາດຂອງອົງການທີ່ມີສິດອໍານາດໃນການດຳເນີນຄະດີອາຍາເຊັ່ນ: ສານປະຊາຊົນ, ໄອຍະການປະຊາຊົນ, ອົງການສືບສວນສອບສວນຂອງເຈົ້າໜ້າທີ່, ຕໍາຫຼວດ, ທະຫານ, ພາສີ ແລະ ປ່າໄມ້ອິກດ້ວຍ.

ທັກສະ/ຄວາມສົນໃຈ​

ການສິດສອນ ປະກອບມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່ເກີດຂຶ້ນໃນສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນ ກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ ແລະ ບັນດາຫ້ອງການລັດຂັ້ນທ້ອງຖິ່ນ.

ຈົບແລ້ວສາມາດ

ມີຄວາມຮູ້ ແລະ ຄວາມສາມາດໃນການວິເຄາະການກະທຳຜິດ ແລະ ໂທດທາງອາຍາ, ມີທັກສະທີ່ຈຳເປັນໃນການດໍາເນີນຄະດີອາຍາເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານເປັນຕົ້ນ. ນອກຈາກນັ້ນ ຍັງໄດ້ຝຶກຝົນທັກສະໃນການສື່ສານ ແລະ ການວິເຄາະລາຍລະອຽດ.

ອາຊີບ

ນັກສຶກສາທີ່ຈົບພາກກົດໝາຍອາຍາ ສາມາດປະກອບອາຊີບເປັນນັກກົດໝາຍ ຫຼື ວິຊາການຕາມບັນດາ ອົງການຕຸລາການ ເປັນຕົ້ນ ແມ່ນ ສານ, ໄອຍະການ, ສະພາທະນາຍຄວາມ, ອົງການສືບສວນ-ສອບສວນ ແລະ ກະຊວງທີ່ກ່ຽວຂ້ອງ. ນອກນັ້ນ, ຍັງສາມາດເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ ພາກເອກະຊົນ ແລະ ເປັນທະນາຍອິດສະຫຼະ.

ສະຖານທີ່ຕັ້ງ

ຄະນະ ນິຕິສາດ ແລະ ລັດຖະສາດ

ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ, ນະຄອນຫຼວງວຽງຈັນ

ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976

ອີເມວ: flp@nuol.edu.la

ວິຊາຮຽນ

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  • ພື້ນຖານກົດໝາຍແພ່ງ
  • ພື້ນຖານກົດໝາຍ ໂຣມັນ
  • ທິດສະດີລັດ ແລະ ກົດໝາຍ
  • ກົດໝາຍລັດຖະທໍາມະນຸນ
  • ກົດໝາຍທີ່ດິນ
  • ກົດໝາຍລະຫວ່າງຊາດພາກລັດ
  • ກົດໝາຍລະຫວ່າງຊາດພາກບຸກຄົນ
  • ພື້ນຖານກົດໝາຍອາຍາ
  • ຈັນຍາບັນນັກກົດໝາຍ
  • ກົດໝາຍປົກຄອງ
  • ເສດຖະສາດການເມືອງ
  • ກົດໝາຍປົກປັກຮັກສາສິ່ງແວດລ້ອມ

ໝວດວິຊາສະເພາະ

  • ກົດໝາຍວິສາຫະກິດ
  • ພື້ນຖານກົດໝາຍອາຍາ
  • ກົດໝາຍອາຍາສະເພາະ
  • ກົດໝາຍການດໍາເນີນຄະດີອາຍາ
  • ເຕັກນິກແຕ່ງເອກະສານດໍາເນີນອາຍາ
  • ການປະຕິບັດຄໍາຕັດສິນອາຍາ
  • ເຕັກນິກການສືບສວນ-ສອບສວນ ແລະ ການພິສູດຫຼັກຖານຄະດີ
  • ກົດໝາຍອາຍາລະຫວ່າງປະເທດ
  • ຂໍ້ຜູກພັນສັນຍາ, ກໍາມະສິດ ແລະ ມໍລະດົກ
  • ກົດໝາຍຄອບຄົວ
  • ກົດໝາຍການດໍາເນີນຄະດີແພ່ງ
  • ກົດໝາຍປະກັນໄພ
  • ກົດໝາຍພາສີ
  • ກົດໝາຍສົ່ງເສີມການລົງທືນ
  • ອາຊະຍາກໍາດ້ານເສດຖະກິດ
  • ກົດໝາຍຊັບສີນທາງປັນຍາ
  • ຂະບວນການຍຸດຕິທໍາສໍາລັບເດັກ
  • ອາຍາວິທະຍາ
  • ນິຕິເວດວິທະຍາ
  • ນິຕິຈິດຈະພະຍາດ
  • ການບໍລິຫານອົງການໄອຍາການປະຊາຊົນ
  • ການບໍລິຫານສານປະຊາຊົນ
lo