Preaload Image

ວິໄສທັດ ແລະ ເປົ້າໝາຍ

ອີງໃສ່ແຜນພັດທະນາການສຶກສາ ໄລຍະ 05 ປີ (2021-2025) ຂອງມະຫາວິທະຍາໄລແຫ່ງຊາດ ເພື່ອ​ພັດ​ທະ​ນາ​ຄະນະນິຕິສາດ ແລະ ລັດຖະສາດ ໃຫ້​ກາຍ​ເປັນສະ​ຖາ​ບັນ​ການ​ສຶກສາ​ ແລະ ຄົ້ນຄວ້າວິທະຍາສາດລະດັບຊາດໃນຂົງເຂດກົດໝາຍແລະລັດຖະສາດທີ່ມີຄຸນນະພາບ, ມີມາດຕະຖານພາກພື້ນ ແລະ ສາກົນ. ຄນລ ຈຶ່ງໄດ້ກຳນົດວິ​ໄສ​ທັດ, ພາລະ​ບົດບາດ ແລະ ແຜນ​ພັດທະນາ​ດັ່ງ​ນີ້:

  1. ວິໄສທັດ 

ຄະນະນິຕິສາດ ແລະ ລັດຖະສາດ  ຈະກາຍເປັນສະຖາບັນການສຶກສາ  ແລະ ການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ ແລະ ລັດຖະສາດ ທີ່ມີຄຸນນະພາບມາດຕະຖານພາກພື້ນ ແລະ ສາກົນ.

2. ພາລະບົດບາດ

  1. ຍົກສູງການພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກວິຊາການທາງດ້ານກົດໝາຍ, ນັກບໍລິຫານການປົກຄອງ, ນັກການທູດ ແລະ ການພົວພັນສາກົນ ໃນລະດັບປະລິນຍາຕີຂື້ນໄປ.
  2. ດຳເນີນ ແລະ ສົ່ງເສີມການຄົ້ນຄ້ວາວິທະຍາສາດໃນຂົງເຂດກົດໝາຍ ແລະ ລັດຖະສາດ ໃຫ້ມີມາດຕະຖານ ເພື່ອຕອບສະຫນອງແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ–ສັງຄົມ ຂອງຊາດ ແລະ ນຳເອົາຜົນສຳເລັດການຄົ້ນຄ້ວາໄປຈັດຕັ້ງປະຕິບັດໃຫ້ມີປະສີດທິພາບ ແລະ ປະສິດທິຜົນ.
  3. ບໍລິການທາງດ້ານວິຊາການທີ່ມີປະສິດທິພາບ ເພື່ອຕອບສະຫນອງຄວາມຕ້ອງການໃຫ້ແກ່ສັງຄົມ.
  4. ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ຮັບເອົາວັດທະນະທໍາອັນກ້າວໜ້າຂອງພາກພື້ນ ແລະ ສາກົນທີ່ສອດຄ່ອງເຂົ້າໃນການພັດທະນາ ຄນລ.

ພາລະກິດລວມ ຂອງ ຄນລ

  1. ພັດທະນາ ຄູ–ອາຈານ, ພະນັກງານ ພາຍໃນ ຄນລ ໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກສະ ແລະ ມີຄວາມຊຳນິຊຳນານສະເພາະດ້ານ.
  2. ສ້າງນັກສຶກສາໃຫ້ເປັນນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ, ທັກສະຢູ່ໃນລະດັບນໍາໜ້າຂອງຊາດ, ກ້າວສູ່ລະດັບພາກພື້ນ ແລະ ສາກົນ.
  3. ພັດທະນາລະບົບກົນໄກການບໍລິຫານຄຸ້ມຄອງ ຄນລ ໃຫ້ມີປະສິດທິພາບ, ປະສິດທິຜົນ, ວ່ອງໄວກະທັດຮັດ, ມີຄວາມທັນສະໄຫມ ແລະ ມີຄວາມໂປ່ງໃສ.
  4. ພັດທະນາ ຄນລ ໃຫ້ມີພື້ນຖານໂຄງລ່າງ, ເຄືື່ອງມື, ວັດຖຸອຸປະກອນ ແລະ ເຕັກໂນໂລຊີ ທີ່ທັນສະໄຫມເພື່ອຮັບໃຊ້ການຮຽນ-ການສອນ ແລະ  ການບໍລິຫານຈັດການຮັບປະກັນໃຫ້ມີຄວາມສະດວກ, ສະອາດ, ສີຂຽວ, ສະຫງົບ ແລະ ສະຫວ່າງ.
lo