Preaload Image

ຄະນະນິຕິສາດ ແລະ ລັດຖະສາດ ມຸ້ງສ້າງນັກສຶກສາໃຫ້ມີຄວາມຮູ້ໃນສາຂາວິຊາກົດໝາຍ ແລະ ສາຂາວິຊາທີ່ກ່ຽວຂ້ອງ,ສາມາດນໍາໃຊ້ຄວາມຮູ້ເຂົ້າໃນຊິວິດຕົວຈິງ,ມີທັກສະການຄິດຢ່າງມີວິຈະລະນະຍານ,ການວິເຄາະ,ການແກ້ໄຂບັນຫາ,ມີຈັນຍາທຳ ແລະ ຈັດຍາບັນທາງດ້ານວິຊາຊີບ ເພື່ອໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ສາມາດຕອບສະໜອງໄດ້ຕາມຄວາມຮຽນຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ,ພາກພື້ນ ແລະ ສາກົນ ໂດຍຜ່ານການຮຽນຮູ້ຢ່າງຕັ້ງໜ້າ ແລະ ຈາກປະສົບການຈິງ ໂດຍການໃຊ້ການຈໍາລອງເຫດການ ແລະ ກໍລະນີສຶກສາຕົວຈິງໃນຊິວິດປະຈຳວັນ ເພື່ອເສີມສ້າງຄຸນຄ່າ ຄວາມເຂົ້າໃຈ ແລະ ການນໍາໃຊ້ກົດໝາຍ ແລະ ຫລັກຖານຕ່າງໆຂອງນັກສຶກສາ

lo