![ປທ ແສງທະວີ ອິນທະວົງ ຫົວໜ້າພາກວິຊາກົດໝາຍອາຍາ ປທ ແສງທະວີ ອິນທະວົງ ຫົວໜ້າພາກວິຊາກົດໝາຍອາຍາ](https://flp.nuol.edu.la/wp-content/uploads/2019/11/ປທ-ແສງທະວີ-ອິນທະວົງ-ຫົວໜ້າພາກວິຊາກົດໝາຍອາຍາ-200x200.jpeg)
ປທ ແສງທະວີ ອິນທະວົງ
ຫົວໜ້າພາກວິຊາກົດໝາຍອາຍາ
“ ພາກວິຊາກົດໝາຍອາຍາ ເປັນພາກວິຊາວິຊາໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງຄະນະນິຕິສາດ ແລະ ລັດຖະສາດ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະບໍດີ ໃນການຈັດຕັ້ງການຮຽນ – ການສອນ ສາຂາວິຊາໃນຂົງເຂດກົດໝາຍອາຍາເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາ ສາດ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ. ”