EBSCO Discovery Service (EDS)
- Posted by WEB.LITD
- Date 06/05/2020
ການບໍລິການຄົ້ນຫາຂໍ້ມູນ EBSCO (EDS)
ຄູ່ມືການນຳໃຊ້
ການບໍລິການຄົ້ນຫາຂໍ້ມູນ EBSCO ຈະຊ່ອຍໃຫ້ທ່ານເຂົ້າເຖີງຂໍ້ມູນອີເລັກໂທນິກ e-resources ທີ່ມີໃນອົງກອນແບບປະຕູດຽວ
ການຄົ້ນຫາຂໍ້ມູນຂັ້ນພື່ນຖານ
ໜ້າຈໍສຳລັບການຄົ້ນຫາຂັ້ນພື່ນຖານຈະເຮັດໃຫ້ທ່ານສາມາດຄົ້ນຫາຢ່າງມີປະສິດທິພາບ ແລະ ເຈາະຈົງຫຼາຍຂື້ນ ໂດຍນຳໃຊ້ຄຳ ແລະ,ຫຼື,ບໍ(ເຊີງເປັນທີຮູ້ຈັກກັນດີໃນຊື່ເອີ້ນ: ລະບົບປະຕິບັດການບູລີນ ຫຼື Boolean operators)
ໜ້າຈໍການຄົ້ນຫາຂັ້ນພື່ນຖານ

ການຄົ້ນຫາຂັ້ນສຸງ
ໜ້າຈໍຄົ້ນຫາຂັ້ນສຸງຈະເຮັດໃຫ້ທ່ານນຳໃຊ້ເຄືອງມືເພືອການຄົ້ນຫາແບບລະອຽດເຄືອງມືດັງກ່າວຈະຊ່ອຍໃຫ້ທ່ານກຳນົດການຄົ້ນຫາຂອງທ່ານໂດຍຜ່ານການກັ່ນກ່ອງເຊັ່ນ: ວັນເດືອນປີທີ່ຕິດພິມ,ພາສາ,ຫົວຂໍ້ ແລະ ອື່ນໆ ເພືອຄົ້ນຫາເນື້ອໃນທີເຈາະຈົງໃດໜື່ງໂດຍລີກລ່ຽງເນື້ອຫາທີ່ທ່ານບໍ່ຕ້ອງການ

ໜ້າຈໍການຄົ້ນຫາຂັ້ນສຸງ

ຜົນໄດ້ຮັບຂອງການຄົ້ນຫາ
ຜົນຂອງການຄົ້ນຫາອາດໄດ້ຮັບໃນຮູບແບບເອກະສານເຕັມເຊັ່ນ: ລີ້ງເອກະສານທີ່ສາມາດເບີງໄດ້ຢູ່ໜ້າເວັບໄຊ (html), pdf ການເຜືຍແຜ່ແບບອີເລັກໂທນິກ (EPUB);ບົດຂັດຫຍໍ້, ການອ້າງອີງ,ລີ້ງເພືອເຊືອມຕໍ່ຫາຂໍ້ມູນພາຍນອກ
ໜ້າຈໍສະແດງຜົນໄດຮັບຈາກການຄົ້ນຫາ ຈະຊ່ອຍໃຫ້ທ່ານເຂົ້າເຖີງຂໍ້ມູນ ທີ່ໄດ້ຮັບຈາກການຄົ້ນຫາ, ແລະ, ຫຼື ຈຳກັດຜົນໄດ້ຮັບຈາກການຄົ້ນຫາໂດຍນຳໃຊ້ ວັນເດືອນປີ,ຮູບແບບແຫ່ງຂໍ້ມູນ ຫົວຂໍ້, ພາສາ ແລະ ອື່ນໆ
ໜ້າຈໍສະແດງຜົນໄດ້ຮັບຈາກການຄົ້ນຫາ

ຜົນໄດ້ຮັບຈາກການຄົ້ນຫາ – ທ່ານສາມາດຈຳກັດຜົນໄດ້ຮັບ

ຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າຊົມໄດ້ທີ່ EBSCO Discovery Service (EDS) – ລີ້ງລຸ່ມນີ້ແມ່ນຄູ່ມືການນຳໃຊ້:
http://support.ebsco.com/knowledge_base/detahttp://support.ebsco.com/knowledge_base/detail.php?topic=996&id=4706&page=1il.php?topic=996&id=4706&page=1
You may also like
ອາຊີບ
ພາຍຫຼັງຈົບການສຶກສາ ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການໃນຂົງເຂດຍຸຕິທໍາ ຫຼື ນັກກົດຫມາຍໃນອົງກອນຂອງລັດຖະບານ ແລະ ເອກະຊົນ. ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ, ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງສາມາດເປັນທີ່ປຶກສາທາງດ້ານກົດຫມາຍ ໄດ້ອີກດ້ວຍ ນັກສຶກສາທີ່ຈົບພາກກົດໝາຍອາຍາ ສາມາດປະກອບອາຊີບເປັນນັກກົດໝາຍ ຫຼື ວິຊາການຕາມບັນດາ ອົງການຕຸລາການ ເປັນຕົ້ນ ແມ່ນ ສານ, ໄອຍະການ, ສະພາທະນາຍຄວາມ, ອົງການສືບສວນ-ສອບສວນ ແລະ ກະຊວງທີ່ກ່ຽວຂ້ອງ. ນອກນັ້ນ, ຍັງສາມາດເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ ພາກເອກະຊົນ ແລະ ເປັນທະນາຍອິດສະຫຼະ. ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ ສາມາດເປັນ …
ຄວາມສາມາດຫຼັ່ງຈາກຮຽນຈົບ
ນັກສຶກສາຈະມີຄວາມຮູ້ກ່ຽວກັບຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ່ງ ແລະ ວິທີການດໍາເນີນຄະດີທາງແພ່ງເປັນຕົ້ນ ແລະ ຮູ້ຈັກວິທີຂຽນ ເອກະສານການດໍາເນີນຄະດີ. ສາມາດນໍາໃຊ້ຫຼັກການຂອງກົດຫມາຍ ແພ່ງຢ່າງຖືກຕ້ອງເຂົ້າໃນການປະຕິບັດວຽກງານກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງທາງດ້ານແພ່ງ, ໃຊ້ກົດຫມາຍເຂົ້າໃນ ການດໍາລົງຊີວິດ ຕົວຈິງ ທີ່ມີການພົວພັນກັບບຸກຄົນອື່ນໃນສັງຄົມ ເຊັ່ນ: ການເຂົ້າຮ່ວມສັນຍາຕ່າງໆ ມີຄວາມຮູ້ ແລະ ຄວາມສາມາດໃນການວິເຄາະການກະທຳຜິດ ແລະ ໂທດທາງອາຍາ, ມີທັກສະທີ່ຈຳເປັນໃນການດໍາເນີນຄະດີອາຍາເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານເປັນຕົ້ນ. ນອກຈາກນັ້ນ ຍັງໄດ້ຝຶກຝົນທັກສະໃນການສື່ສານ ແລະ ການວິເຄາະລາຍລະອຽດ. ນັກສຶກສາຈະມີຄວາມຮູ້ທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການດຳເນີນທຸລະກິດການຄ້າ, ຄວາມສາມາດໃນການ ບໍລິຫານຈັດການແລະ ຄຸ້ມຄອງທຸລະກິດຕາມຫຼັກການລະບຽບກົດໝາຍ. ນອກນັ້ນ ຍັງຈະໄດ້ຝຶກທັກສະໃນການ ວິເຄາະບັນຫາ, …
ວິທີການສິດສອນ
ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ ຈໍາລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການ ສົນທະນາ ແລະ ຄົ້ນຄວ້າ ເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ. ນອກນັ້ນ, ຍັງມີການໄປທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດຫມາຍແພ່ງ ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ. ການສິດສອນ ປະກອບມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່ເກີດຂຶ້ນໃນສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນ ກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, …