ຄະນະນິຕິສາດ ແລະ ລັດຖະສາດ ໄດ້ສ້າງຂະບວນການອອກແຮງງານ ແລະ ງານກິລາສາມັກຄີ

ໃນຕອນບ່າຍ ຂອງວັນທີ31 ມີນາ 2021 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຂະບວນການ ອອກແຮງງານອານາໄມ ແລະ ງານກິລາສາມັກຄີ ອ້ອມຂ້າງບໍລິເວນເຂດຄວາມຮັບຜິດຊອບ-ຫ້ອງການຂອງຕົນ ຊຶ່ງນໍາພາໂດຍ ສະຫາຍ ພູວົງ ວິໄລແສງ ຄະນະພັກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງ, ມີບັນດາຄູອາຈານ-ພະນັກງານ,ນັກສຶກສາທີ່ເປັນສະມາຊິກຊາວໜຸ່ມທົ່ວຮາກຖານເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ ເຮັດໃຫ້ບໍລິເວນເຂດຄວາມຮັບຜິດຊອບ-ຫ້ອງການຂອງຕົນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ ຂຶ້ນກວ່າເກົ່າ ຫລັງຈາກນັ້ນ ບັນດາສະມາຊິກຊາວໜຸ່ມ ພະນັກງານ,ຄູ-ອາຈານເຂົ້າຮ່ວມແຂ່ງຂັນກິລາເປຕັງທີ່ເດີນກິລາເປຕັງ ຄນລ ການແຂ່ງຂັນກິລາເປຕັງຊິງຂັນທ່ານຄະນະພັກຮາກຖານຄນລ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງປະຈຳປີ 2021, ຄັ້ງວັນທີ 31 ມີນາ 2021 ປະເພດແຂ່ງຂັນ: ທີມປະສົມຍິງ+ຊາຍ ທີມແຂ່ງຂັນ: ປະກອບມີ 8 ທີມ ດັ່ງນີ້:
- ທີມຄະນະນໍາ (ຄະນະບໍດີ + ຮອງຄະນະບໍດີ + ຫົວໜ້າພາກວິຊາ)
- ທີມສາມອົງການຈັດຕັ້ງມະຫາຊົນ (ກຳມະບານ + ແມ່ຍິງ + ຊາວໜຸ່ມ)
- ທີມຊາວໜຸ່ມພະແນກການ 1
- ທີມຊາວໜຸ່ມພະແນກການ 2
- ທີມຊາວໜຸ່ມອາຍາ+ແພ່ງ+ທຸລະກິດ 1
- ທີມຊາວໜຸ່ມອາຍາ+ແພ່ງ+ທຸລະກິດ 2
- ທີມຊາວໜຸ່ມລັດຖະສາດ + ພົວພັນສາກົນ 1
- ທີມຊາວໜຸ່ມລັດຖະສາດ + ພົວພັນສາກົນ 2
ຜົນການແຂງຂັນຜົນປະກົດວ່າ ທີມຊາວໜຸ່ມລັດຖະສາດ + ພົວພັນສາກົນ 1 ໄດ້ຂັນໄປຄອງແຊ້ມ, ທີ 2 ທີມຊາວໜຸ່ມລັດຖະສາດ + ພົວພັນສາກົນ 2, ທີ 3 ທີມຄະນະນໍາ, ການອອກແຮງງານ ແລະ ງານກິລາສາມັກຄີໃນຄັ້ງນີ້, ແມ່ນເພື່ອສ້າງຂະບວນການ ຂໍ່ານັບຕ້ອນ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິບັດລາວຄົບຮອບ 66 ປີ (ວັນທີ 14 ເມສາ 1955 – ວັນທີ 14 ເມສາ 2021







.