ໃນວັນທີ 6 ກຸມພາ 2025 ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫ່ຍຄະນະພັກຮາກຖານ ຄັ້ງ V ຂື້ນ ໂດຍການເຂົ້າຮ່ວມຂອງສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຮອງເລຂາຄະນະພັກ ມຊ ຮອງອະທິການບໍດີ ມຊ ມີສະຫາຍ ອຈ ປອ ສົມເດດ ແກ້ວວົງສັກ ປະທານກວດກາພັກຮາກຖານ ຄນລ ຮອງຄະນະບໍດີຜູ້ຮັບຜິດຊອບແທນຄະນະບໍດີ ຄນລ ພ້ອມດ້ວຍຄະນະພັກຮາກຖານ,ແຂກຖຶກເຊີນ,ປະທານສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ກອງປະຊຸມໃຫ່ຍຄະນະພັກຮາກຖານ ຄັ້ງ V ໃນຄັ້ງນີ້ ໄດ້ລົງປະຊາມະຕິເປັນເອກະພາບ ຮັບຮອງເອົາຫລາຍບັນດາເນື້ອໃນທີ່ສຳຄັນ …
ໃນຕອນບ່າຍຂອງວັນທີ 21 ມັງກອນ 2025, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດຕໍາແໜ່ງບໍລິຫານປະເພດ 4 ຂັ້ນຮອງຫົວໜ້າພາກວິຊາ, ແລະ ທາບທາມເອົາຄະນະບໍລິຫານງານພັກຮາກຖານ ຄນລ ຮອບ1 ຂື້ນທີ່ຫ້ອງປະຊຸມ L1 , ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ , ມີບັນດາ, ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຮອງພາກວິຊາ, ,ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງຜ່ານບົດສະຫຼຸບລາຍງານການເມືອງໃນການກະກຽມຄວາມພ້ອມກອງປະຊຸມໃຫ່ຍຮາກຖານ ຄນລ ຄັ້ງທີ 5 …
ທ່ານສາມາດດາວໂຫລດແບບຟອມໄດ້ ບ່ອນນີ້
ຕອນເຊົ້າວັນທີ 18 ກໍລະກົດ 2024 ເວລາ 8:00-10:00 ໂມງ ຢູ່ຫ້ອງປະຊຸມອະເນກປະສົງຊັ້ນ 3 ຫ້ອງ L1 (ຕຶກຫ້ອງສະໝຸດ) ກຳມະບານຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ໄດ້ຈັດຕັ້ງພິທີຮັບມະຫາຊົນກ້າວໜ້ານັກສືກສາເຂົ້າເປັນສະມາຊິກສະຫະພັນກຳມະບານລາວ ຈຳນວນ 142 ສະຫາຍ, ຍິງ 82 ສະຫາຍ. ເຂົ້າຮ່ວມເປັນປະທານມີ : ສະຫາຍ ນາງ ທັດສະນາລອນ ສີສຸນົນທ໌ ຄະນະພັກຮາກຖານ ຄນລ, ຮອງຄະນະບໍດີ ທັງເປັນຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະນິຕິສາດ ແລະ ລັດຖະສາດ, ສະຫາຍ …
ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໂດຍສົມທົບກັບ 3 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຈັດພິທີສະເຫຼີມ ສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2024 ເຊິ່ງພິທີໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 31 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ອຈ.ປທ ທັດສະນາລອນ ສີສຸນ໌ນ ຮອງຄະນະບໍດີ ຄະນະນິິສາດ ແລະ ລັດຖະສາດ ມຊ , ມີຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ ພະນັກງານຄູ-ອາຈານ,ນັກສຶກສາ ແລະ ລູກຫຼານ ຂອງພະນັກງານຄະນະນິຕິສາດ ແລະ ລັດຖະສາດ ມຊ …
ໃນຕອນເຊົ້າວັນທີ 31 ພຶດສະພາ 2024, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນລົງສະໝັກເລືອກຕັ້ງເປັນຄະນະພັກຮາກຖານ ຄນລ ຮອບທີ 1 ຈັດຂຶ້ນທີ່ຫ້ອງປະຊຸມ L1 ຄນລ. ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ,ມີບັນດາສະຫາຍຄະນະພັກຮາກຖານ,ເລຂາໜ່ວຍພັກ,ຮອງເລຂາໜ່ວຍພັກ,ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທຸກສະຫາຍເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງຜ່ານບົດສະຫຼຸບລາຍງານການເມືອງ ແລະ ບົດສຳຫລວດຂອງຄະນະພັກຮາກຖານ ໂດຍ ສະຫາຍ ປອ ສົມເດດ ແກ້ວວົງສັກ ປະທານກວດກາພັກຮາກຖານ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ …
ໃນຕອນບ່າຍວັນພຸດ ເວລາ 13:30-16:00ໂມງ ຂອງວັນທີ 22 ພຶດສະພາ 2024 ກໍາມະບານຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ (1 ພຶດສະພາ1886 – 1 ພຶດສະພາ 2024) ຄົບຮອບ138 ປີ. ໃຫ້ກຽດປະຖະກະຖາໂດຍທ່ານ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມ ສູນກາງສະຫະພັນກຳມະບານລາວ, ເປັນກຽດເຂົ້າຮ່ວມຮັບຟັງມີທ່ານ ອາຈານ ປອ.ສົມເດດ ແກ້ວວົງສັກ ປະທານກວດກາຄະນະພັກຮາກຖານ, ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມີທ່ານ ອາຈານ.ປອ. ປັນຍາສັກ ແສງອ່ອນແກ້ວ ປະທານຄະນະບໍລິຫານງານກຳມະບານຮາກຖານ …
ໃນວັນທີ 5 ເມສາ 2024 ຜ່ານມາ, ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນການສຶກສາຫຼັງປະລິນຍາຕີ ແລະ ພິທີມອບ-ຮັບ ປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການສຶກສາ ລະດັບປະລິນຍາໂທ ສາຂາ ນິຕິສາດ,ກົດໝາຍການປົກຄອງ,ກົດໝາຍທຸລະກິດ ແລະ ປະຖົມນິເທດໃຫ້ແກ່ນັກສຶກສາປະລິນຍາໂທ ສາຂາ ກົດໝາຍການປົກຄອງ ແລະ ກົດໝາຍທຸລະກິດ ທີ່ຕຶກອາເນກປະສົງຊັ້ນ 3ຫ້ອງປະຊຸມ L1, ໂດຍການເຂົ້າຮ່ວມທ່ານ ຮອງສາດສະດາຈານ ປະລິນຍາເອກ ເດຊານຸລາດ ແສນດວງເດດ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮອງສາດສະດາຈານ ປະລິນຍາເອກ ວຽງວິໄລ ທ່ຽງຈັນໄຊຄະນະບໍດີ ຄະນະນິຕິສາດ …