ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງພິທີມອບໜ້າທີ່ ແລະ ການຮັບອຸດໜູນບຳນານ,ວັນທີ 19 ກໍລະກົດ 2021
![](https://flp.nuol.edu.la/wp-content/uploads/2021/07/Coverflp.jpeg)
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-19-at-12.23.10-PM-2-1024x461.jpeg)
ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີ ທ່ານ ຮສ ປອ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ,ມີບັນດາທ່ານ ຄະນະບໍດີ,ຮອງຄະນະບໍດີ, ຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ,ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ພະນັກງານຄູອາຈານພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າຮ່ວມຢ່າງພ້ອມພຽງ
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-19-at-12.23.10-PM-3-1024x461.jpeg)
ໃນພິທີໄດ້ມອບໜ້າທີໃໝ່ ເຊັ່ນ : ທ່ານ ອຈ ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ໄດ້ຮັບໜ້າທີ່ຮັບຜິດຊອບຝ່າຍວິຊາການ ແທນ ທ່ານ ຮສ ບຸນທ່ຽງ ພົມພະຈັນ ຮອງຄະນະບໍດີ ທີ່ ທ່ານໄດ້ຮັບການອຸດໜູນບຳນານ ໂອກາດດັ່ງກ່າວ ທ່ານ ຮສ ປອ ອຸດົມ ພອນຄໍາເພັງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ກ່າວຕໍ່ພິທີດັ່ງກ່າວ ເປັນພິທີທີ່ມີຄວາມໝາຍຄວາມສໍາຄັນ ພາຍຫລັງທີ່ໄດ້ຮັບມອບໜ້າທີ່ໃໝ່ພາຍໃນຄະນະຢ່າງເປັນທາງການໃນມື້ນີ້ແລ້ວ
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-19-at-12.23.09-PM-1024x461.jpeg)
ສະເໜີໃຫ້ບັນດາທ່ານພະນັກງານ-ຄູອາຈານຮີບຮ້ອນນໍາພາການເຄືອນໄຫວວຽກງານວິຊາການ ພາຍໃນຄະນະຂອງຕົນ ໃຫ້ດຳເນີນໄປເປັນປົກກະຕິ ຈົ່ງໄດ້ເພີ້ມຄວາມສາມັກຄີເປັນຈິດໜື່ງໃຈດຽວພ້ອມກັບທ່ານທີ່ໄດ້ຮັບໜ້າທີ່ໃໝ່ ໃນການບຸກບືນສູ້ຊົນ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດອັນໃໝ່ ແລະ ມີຄຸນນະພາບ ສືບຕໍ່ຄົ້ນຄ້ວາ ປັບປຸງຫລັກສູດ ເອົາໃຈໃສຍົກລະດັບວິຊາການຕ່າງໆ ແລະ ຜັນຂະຫຍາຍແຜນການເຄື່ອນໄຫວວຽກງານໃຫ້ໄດ້ຮັບຜົນສຳເລັດ ແລະ ທ່ານ ຍັງໄດ້ຊົມເຊີຍ ຕໍ່ຜົນງານຕໍ່ພະນັກງານທີ່ອອກພັກການຮັບອຸດໜູນບຳນານ ເຖີງແມ່ນວ່າ ສະຫາຍ ເຖີງກະສຽນອາຍຸເຂົ້າພັກຜ່ອນຮັບອຸດໜູນບຳນານແລ້ວກໍ່ຕາມ ແຕ່ຜົນງານການເຄື່ອນໄຫວວຽກງານຢູ່ພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຍັງສະແດງໃຫ້ເຫັນຄົງໄວ້ ແລະ ບໍ່ຈາງຫາຍໄປ ແລະ ຈະສຶບຕໍ່ເປັນບົດຮຽນ ເປັນແບບຢ່າງ ໃຫ້ກັບພະນັງານ-ຄູອາຈານ ຮຸ້ນສຶບທອດ ໄດ້ສຶກສາຮຽນຮູ້ ເອົາບົດຮຽນ ແລະ ປະສົບການຂອງສະຫາຍ.
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-19-at-12.23.10-PM-1-1024x461.jpeg)
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-19-at-12.23.10-PM-1024x461.jpeg)