ການອອກແຮງງານລວມ ແລະ ກິດຈະກຳຕີບູນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິບັດລາວຄົບຮອບ 68 ປີ (22/03/1955-22/03/2023),ວັນແມ່ຍິງສາກົນຄົບຮອບ 113 ປີ (08/03/1910-08/03/2023 ) ແລະ ວັນສ້າງຕັ້ງຄະນະນິຕິສາດ ແລະ ລັດຖະສາດ ຄົບຮອບ 37ປີ (23/03/1986- 23/03/2023)
ໃນຕອນບາຍວັນທີ 01 ມີນາ 2023 ປະທານສະຫະພັນແມ່ຍິງຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ຄະນະບໍລິຫານງານຮາກຖານ ສາມ ອົງການຈັດຕັ້ງມະຫາຊົນ,ຄະນະໜ່ວຍ,ຄະນະຈຸ ສາມອົງການຈັດຕັ້ງມະຫາຊົນ,ສະມາຊິກສາມອົງການຈັດຕັ້ງມະຫາຊົນທີ່ເປັນພະນັກງານຄູ-ອາຈານ ແລະ ນັກສຶກສາທົ່ວຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການອອກແຮງງານຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິບັດລາວຄົບຮອບ 68 ປີ (22/03/1955-22/03/2023),ວັນແມ່ຍິງສາກົນຄົບຮອບ 113 ປີ (08/03/1910-08/03/2023 ) ແລະ ວັນສ້າງຕັ້ງຄະນະນິຕິສາດ ແລະ ລັດຖະສາດ ຄົບຮອບ 37ປີ (23/03/1986- 23/03/2023), ເຊີ່ງແຕ່ລະພາກສ່ວນໄດ້ຈັດຕັ້ງກັນອານາໄມລວມຕາມຂອບເຂດແບ່ງປັນຂອງຕົນ ແຕ່ລະຕຶກທີ່ຕົນຮັບຜິດຊອບ ແລະ ບໍລິເວນອ້ອມຂ້າງ, ຫລັງຈາກອອກແຮງງານສຳເລັດ ພະນັກງານຄູ-ອາຈານໄດ້ເຂົ້າຮ່ວມກິດຈະກຳຕີບູນສ້າງຄວາມສາມັກຄີ.