ສະຫະພັນແມ່ຍິງຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສ້າງຂະບວນການອອກແຮງງານ ລວມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-14-at-3.02.06-PM14.png)
ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນບ່າຍວັນທີ 14 ກໍລະກົດ 2021 ສະຫະພັນແມ່ຍິງຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ແລະ ພະນັກງານ ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
![](https://flp.nuol.edu.la/wp-content/uploads/2021/07/WhatsApp-Image-2021-07-14-at-3.02.08-PM-1024x461.jpeg)
ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ ເປັນຕົ້ນການຕັດຫຍ້າ, ຖາງຫຍ້າ, ອະນາໄມອ້ອມຮອບກຳແພງດ້ານໃນຂອງຄະນະ ທັງນີ້ກໍເພື່ອເຮັດໃຫ້ສະຖານທີ່ພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມຊ ໃຫ້ມີຄວາມສະອາດງາມຕາ ແລະ ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021 ຢ່າງເປັນຂະບວນການຟົດຟື້ນ.