ການອອກແຮງງານລວມ ເພື່ອສ້າງຂະບວນການຕ້ອນຮັບວັນຢຶດອໍານາດ
![](https://flp.nuol.edu.la/wp-content/uploads/2021/08/WhatsApp-Image-2021-08-20-at-1.50.09-PM023.png)
![](https://flp.nuol.edu.la/wp-content/uploads/2021/08/WhatsApp-Image-2021-08-20-at-1.50.09-PM-1-1024x461.jpeg)
ເພື່ອສະເຫຼີມສະຫຼອງວັນຢຶດອໍານາດ ຄົບຮອບ 76 ປີ (23 ສິງຫາ 1945 – 23ສິງຫາ 2021)ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນບ່າຍວັນທີ 20 ສິງຫາ 2021 ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ,ພະນັກງານ , ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ ເປັນຕົ້ນການຕັດຫຍ້າ, ຖາງຫຍ້າ, ອະນາໄມອ້ອມຮອບກຳແພງດ້ານໃນຂອງຄະນະ ທັງນີ້ກໍເພື່ອເຮັດໃຫ້ສະຖານທີ່ພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມຊ ໃຫ້ມີຄວາມສະອາດງາມຕາ ແລະ ເປັນການສະເຫຼີມສະຫຼອງວັນຢຶດອໍານາດ ຄົບຮອບ 76 ປີ (23 ສິງຫາ 1945 – 23ສິງຫາ 2021) ຢ່າງເປັນຂະບວນການຟົດຟື້ນ.
![](https://flp.nuol.edu.la/wp-content/uploads/2021/08/WhatsApp-Image-2021-08-20-at-1.50.09-PM-1024x462.jpeg)
![](https://flp.nuol.edu.la/wp-content/uploads/2021/08/WhatsApp-Image-2021-08-20-at-1.50.10-PM-1-1024x462.jpeg)