ຫໍສະໝຸດ ຄນລ ຕ້ອນຮັບຄະນະການຮ່ວມມືທາງວິຊາການຫ້ອງສະໝຸດໃນລາວ

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022 ຄະນະການຮ່ວມມືທາງວິຊາການລະຫວ່າງຫ້ອງສະໝຸດໃນລາວໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະປະທານ ທ່ານ ອຈ. ສີພາ ພົງສະຫັວດ ພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 45 ທ່ານ ຈາກຫໍສະໝຸດ 20 ແຫ່ງໃນລາວ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ.
ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້:ເພື່ອຖອດຖອນບົດຮຽນບາງວຽກງານດັ່ງນີ້: ການຄຸ້ມຄອງ ແລະ ນໍາໃຊ້ໂປຣແກຣມ Dspace, ການເປີດນໍາໃຊ້ເວັບໄຊການຮ່ວມມືທາງວິຊາການລະຫວ່າງຫ້ອງສະໝຸດໃນລາວ,ການຫັນປ່ຽນວິທີການນຳໃຊ້ເຕັກໂນໂລຊີເພື່ອບໍລິການທາງອອນລາຍ