ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮັບສະມາຊິກພັກສຳຮອງ ເລື່ອນເປັນ ສະມາຊິກພັກສົມບູນ ແລະ ສະຫຼຸບປະຈຳເດືອນ 7-8, 2023 ແລະ ທິດທາງແຜນການເດືອນ 9 ຂອງໝ່ວຍພັກບໍລິຫານ ທີ່ ຫ້ອງປະຊຸມ L1
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-5.jpeg)
ໃນທີ 16 ສິງຫາ 2023 ທີ່ຜ່ານມາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮັບສະມາຊິກພັກສຳຮອງ ເລື່ອນເປັນ ສະມາຊິກພັກສົມບູນ ແລະ ສະຫຼຸບປະຈຳເດືອນ 7-8, 2023 ແລະ ທິດທາງແຜນການເດືອນ 9 ຂອງໝ່ວຍພັກບໍລິຫານ ທີ່ ຫ້ອງປະຊຸມ L1 ໂດຍການເປັນປະທານຂອງທ່ານ ຮສ.ປອ ວຽງວິໄລ ທ່ຽງຈັນໄຊ ຄະນະປະຈຳພັກ,ປະທານກວດກາຄະນະພັກ ມຊ ເລຂາຄະນະພັກຮາກຖານ ຄນລ ,ມີບັນດາສະມາຊິກພັກສົມບູນ ແລະ ສຳຮອງ ຂອງໜ່ວຍພັກບໍລິຫານທຸກສະຫາຍເຂົ້າຮ່ວມ.
ໃນກອງປະຊຸມພັກໄດ້ເລື່ອນ ທ່ານ ນາງ ສີລິໄລ ສຸລິຍະວົງສາ ຈາກສະມາຊິກພັກສຳຮອງ ເລື່ອນເປັນສະມາຊິກພັກສົມບູນ,ຈາກນັ້ນໃນກອງປະຊຸມດັ່ງກ່າວໄດ້ຮັບຟັງບົດສະຫຼຸບປະຈຳເດືອນ 7-8, 2023 ແລະ ທິດທາງແຜນການເດືອນ 9 ຂອງໝ່ວຍພັກບໍລິຫານ ຂື້ນຜ່ານໂດຍ ສະຫາຍ ນ ທັດສະນາລອນ ສີສຸນົນທ໌ ຄະນະພັກຮາກຖານ ແລະ ເລຂາໜ່ວຍພັກບໍລິຫານ
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.04-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-3-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-4-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-5-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-6-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-7-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/08/WhatsApp-Image-2023-08-16-at-9.08.05-AM-1024x461.jpeg)