ຄະນະນິຕິສາດ ແລະ ລັດຖະສາດ (ມຊ)ໄດ້ຈັດກອງປະຊຸມສໍາມະນາ ການປັບປຸງ ແລະ ປະເມີນຄຸນນະພາບປື້ມຕໍາລາການຮຽນ-ການສອນຂອງຄະນະນິຕິສາດ ແລະ ລັດຖະສາດ

ໃນວັນທີ 31 ຕຸລາ – 03 ພະຈິກ 2023 ທີ່ຜ່ານມານີ້, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມສໍາມະນາ ການປັບປຸງ ແລະ ປະເມີນຄຸນນະພາບປື້ມຕໍາລາການຮຽນ-ການສອນຂອງຄະນະນິຕິສາດ ແລະ ລັດຖະສາດ,ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ,ເມືອງແກ້ວອຸດົມ,ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອຈ. ປທ. ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.






