ກອງປະຊຸມວຽກງານຄຸ້ມຄອງນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ ແລະ ເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງນັກສຶກສາ ມຊ

ໃນວັນທີ 20-23 ພະຈິກ 2023 , ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມວຽກງານຄຸ້ມຄອງນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ ແລະ ເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງນັກສຶກສາ ມຊ ທີ່ລີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອຈ. ປທ. ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
