ການອອກແຮງງານວັນເສົາແດງສ້າງຂະບວນ ແລະ ການຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຄະນະພັກຮາກຖານ ຂັ້ນຫນ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ຮາກຖານ ຄນລ
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-17-at-8.25.10-AM-scaled.jpeg)
ວັນທີ 16 ທັນວາ 2023 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ການອອກແຮງງານວັນເສົາແດງສ້າງຂະບວນ ແລະ ການຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຄະນະພັກຮາກຖານ ຂັ້ນຫນ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ຮາກຖານ ຄນລ ໂດຍເຂົ້າຮ່ວມຂອງ ທ່ານ ຮສ.ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ມີບັນດາທ່ານຮອງຄະນະບໍດີ ບັນດາສະມາຊິກພັກ ແລະ ສາມອົງການຈັດຕັ້ງ (ກໍາມະບານ, ແມ່ຍິງ, ຊາວຫນຸ່ມ) ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທົ່ວຮາກຖານຄະນະນິຕິສາດ ແລະ ລັດຖະສາດ
ຈຸດປະສົງ ເພື່ອເປັນການສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນກອງ ປະຊຸມໃຫຍ່ 3 ຂັ້ນ ຄື: ຄະນະພັກຮາກຖານ, ຫນ່ວຍພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ທີ່ຈະມາຮອດໃນວາລະອັນໃກ້ນີ້ ແລະ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ(2 ທັນວາ 1975 – 2 ທັນວາ 2023) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 103 ປີ (ວັນທີ 13 ທັນວາ 1920 ຫາ ວັນທີ 13 ທັນວາ 2023)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-16-at-8.05.47-AM-1024x497.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-16-at-8.31.22-AM-1024x577.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-16-at-9.07.27-AM-1024x459.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-17-at-8.25.10-AM-1-1024x399.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-17-at-8.25.11-AM-1024x399.jpeg)