ຄະນະນິຕິສາດ ແລະ ລັດຖະສາດໄດ້ຈັດຕັ້ງການຮັບຟັງປາຖະກະຖາກ່ຽວກັບມູນເຊື້ອ ແລະ ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ແລະ ເພື່ອເປັນການປະກອບສ່ວນຮ່ວມກັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ເຂົ້າໃນຂະບວນການສະເຫຼີມສະຫຼອງປີມິດຕະພາບ ແລະ ຄວາມສາມັກຄີລາວ-ຫວຽດນາມ ກໍ່ຄືວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ. ພິທີໄດ້ຈັດຂຶ້ນ ໃນຕອນເຊົ້າຂອງ ວັນທີ 10 ສິງຫາ 2022 ຢູ່ຫ້ອງປະຊຸມL1 ຕຶກອາເນກປະສົງ …
Subject: Submission of Research Proposals for final presentation at the 4th National Socio-Legal Research Forum, to be held on 30th September 2022 at the Faculty of Law and Political Science (FLP), National University of Laos (NUoL)
ໃນລະຫວ່າງວັນທີ 27-29 ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ. ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ …
ໃນຕອນບ່າຍຂອງວັນທີ 19 ກໍລະກົດ 2022, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຕໍາແໜ່ງ ຮອງຄະນະບໍດີ ຂື້ນທີ່ຫ້ອງປະຊຸມ B10 , ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ , ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມີບັນດາ, ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຮອງພາກວິຊາ, , ຫົວໜ້າະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະເຂົ້າຮ່ວມ. ໃນພິທີ, ທ່ານ …
ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ20 ກໍລະກົດ 1955-20 ກໍລະກົດ 2022) ຄົບຮອບ 67 ປີ, ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນເຊົ້າວັນທີ 16 ກໍລະກົດ 2022 ຄະນະບໍລິຫານງານຮາກຖານ ຄນລ ສົມທົບ 2 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ,ພະນັກງານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ …
ໃນຕອນເຊົ້າຂອງວັນທີ 29 ມີຖຸນາ 2022 ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ) ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະສູນຂໍ້ມູນຂ່າວສານພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 9 ທ່ານ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ. ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້:ເພື່ອຖອດຖອນບົດຮຽນບາງວຽກງານດັ່ງນີ້: ການຄຸ້ມຄອງ ແລະ …
ດາວໂຫລດແບບຟອມຊຸດຄໍາຮ້ອງສະໝັກຮຽນ ປ.ໂທ ນິຕິສາດ 2022-2023
ໃນລະຫວ່າງວັນທີ 21-23 ມີຖຸນາ 2022 ນີ້ ໜ່ວຍວິຊາພາສາຕ່າງປະເທດ, ພາກວິຊາພົວພັນສາກົນ, ຄນລ ໄດ້ຈັດກອງປະຊຸມແລກປ່ຽນການຮຽນການສອນພາສາຕ່າງປະເທດ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມລີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ປທ ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາພົວພັນສາກົນ ພ້ອມດ້ວຍບັນດາອາຈານທີ່ສອນພາສາຕ່າງປະເທດຢູ່ ຄນລ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນການຮຽນການສອນພາສາຕ່າງປະເທດຈາກ ຄນລ ,ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລຈໍາປາສັກ ເພື່ອເປັນການແລກປ່ຽນ,ປັບປຸງ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດ,ປະສົບການດ້ານການສິດສອນເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນປະຈຸບັນ.