ປະເມີນໜ່ວຍພັກ,ສະມາຊິກພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2021 ແລະ ສົ່ງແຜນກໍ່ສ້າງໜ່ວຍພັກ,ສະມາຊິກພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2022 ຂອງໜ່ວຍພັກພະແນກການ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມຊ.

ຫວ່າງບໍ່ດົນຜ່ານມາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ,ມຊ) ໜ່ວຍພັກພະແນກການ ໄດ້ປະະເມີນໜ່ວຍພັກ,ສະມາຊິກພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2021 ແລະ ສົ່ງແຜນກໍ່ສ້າງໜ່ວຍພັກ,ສະມາຊິກພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2022 ຜ່ານທາງອອນລາຍ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພູວົງ ວິໄລແສງ ຄະນະພັກຮາກຖານ ຜູ້ຊີ້ນໍາໜ່ວຍພັກພະແນກການ, ມີ ສະຫາຍ ສົມເດດ ແກ້ວວົງສັກ ປະທານກວດກາພັກ ຄະນະພັກຮາກຖານ ,ສະຫາຍ ທັດສະນາລອນ ສີສຸນ໌ນ ເລຂາໜ່ວຍພັກພະແນກການ , ມີຮອງເລຂາໜ່ວຍພັກພະແນກການ ,ຫົວໜ້າຈຸ,ຮອງຈຸ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພູວົງ ວິໄລແສງ ຄະນະພັກຮາກຖານ ຜູ້ຊີ້ນໍາໜ່ວຍພັກພະແນກການ ໄດ້ແນະນຳໃນການຜ່ານໃບສຳຫລວດ ແລະ ຕີລາຄາຄືນການຈັັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະຜ່ານມາ ມີທັງດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແນໃສ່ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ຄະນະພັກໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມໃຫ້ແກ່ສະມາຊິກພັກ ຖືເອົາວຽກງານການເມືອງແນວຄິດເປັນກົກ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ ແລະ ພະນັກງານລັດຖະກອນ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກວາງອອກ, ສຳຫຼວດກວດກາ, ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຮັບປະກັນໄດ້ຄວາມເປັນເອກະພາບສາມັກຄີພາຍໃນໜ່ວຍພັກພະແນກການ
ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຮ່ວມກັນປະກອບຄຳຄິດຄຳເຫັນໃສ່ໃບສຳຫລວດ ໂດຍມີສະມາຊິກພັກພາຍໃນໜ່ວຍພັກພະແນກການ, ບັນດາສະມາຊິກກໍໄດ້ເຊື່ອມຊຶມ ຕຳນິສົ່ງຂ່າວ, ຊ່ວຍເຫຼືອກໍ່ສ້າງຊຶ່ງກັນ ແລະ ກັນ ແລະ ຕີລາຄາຈັດປະເພດຕ່າງງໆຂອງສະມາຊິກພັກ.