Preaload Image

ການພັດທະນາຕຶກອາຄານຮຽນ,ຫໍພັກ, ຫ້ອງການສິ່ງອຳນວຍຄວາມສະດວກ

1) ສ້າງອາຄານ 1 ຫຼັງ 3 ຊັ້ນ ຊຶ່ງປະກອບດ້ວຍ: ຫ້ອງຮຽນພາສາອັງກິດ ແລະ ໄອທີ, ຫ້ອງປະຊຸມ,
ຫ້ອງສະໝຸດ ພ້ອມທັງຕິດຕັ້ງວັດຖຸອຸປະກອນຮັບໃຊ້ໃຫ້ຄົບຊຸດ(ສຳເລັດແລ້ວໃນ ປີ 2014).
2) ສ້າງອາຄານ 1 ຫຼັງ 3 ຊັ້ນ ເປັນຫ້ອງການບໍລິຫານຂອງ ຄນລ ພ້ອມທັງປະກອບເຄື່ອງຮັບໃຊ້ຄົບຊຸດ ຈະສຳເລັດພາຍໃນ ປີ 2016.
3) ສ້າງຫ້ອງແລບ ຄອມພິວເຕີ ທີ່ສາມາດນຳໃຊ້ຮຽນແບບທາງໄກໄດ້ໃຫ້ສຳເລັດພາຍໃນປີ 2015.
4) ປັບປຸງຫ້ອງຮຽນ ເກົ່າ ຕຶກ C ສຳເລັດ ໃນປີ 2013 ແລະ D ໃຫ້ສຳເລັດພາຍໃນປີ 2016 ໃຫ້ທັນສະໄໝປະກອບດ້ວຍໂຕະຕັ່ງ ແລະ ເຄື່ອງຮັບໃຊ້ຄົບຊຸດ.
5) ສ້າງຫໍພັກ 2 ຫຼັງ ໃຫ້ສາມາດບັນຈຸນັກສຶກສາໄດ້ຢ່າງໜ້ອຍ 400 ຄົນ ສຳເລັດແລ້ວ ປີ 2013.
6) ສ້າງສະໂມສອນໃຫຍ່ ສຳຫຼັບກິລາ ແລະ ກິດຈະກຳໃນຮົ່ມຂອງນັກສຶກສາຕິດກັບຫໍພັກ ໃຫ້ສຳເລັດ ພາຍໃນປີ 2016. 
7) ປົກປັກຮັກສາ ແລະ ຈັດສັນ ຄນລ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຈົບງາມ ໂດຍໃຊ້ຫຼັກການ 5 ສ , ລະດົມນັກສຶກສາ ແລະ ຄູອາຈານ ສ້າງລະບົບບຳລຸງຮັກສາສິ່ງແວດລ້ອມ.
8) ປັບປຸງສະຖານທີ່ຈອດລົດໃຫ້ເປັນລະບົບສຳລັບລົດຈັກ ແລະ ລົດໃຫຍ່.

en_US