Preaload Image

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
University of lao

ນິຍາມ ແລະ ຄວາມສຳຄັນ​

ກົດຫມາຍແພ່ງ ຫມາຍເຖິງຂໍ້ບັງຄັບທີ່ໄດ້ກໍານົດອອກ ເຊິ່ງກ່ຽວຂ້ອງ ເຖິງສິດ ແລະ ຜົນປະໂຫຍດທາງດ້ານຊັບສິນຂອງຄົນໃນສັງຄົມ ທີ່ຕ້ອງໄດ້ຮັບການເຄົາລົບ ແລະ ປະຕິບັດຕາມ ເຊັ່ນ: ຂໍ້ກໍານົດກ່ຽວການຄຸ້ມຄອງຊັບສິນ, ສາຍພົວພັນໃນຄອບຄົວ ແລະ ສາຍພົວພັນໃນການດໍາເນີນທຸລະກິດ. ກົດຫມາຍແພ່ງ ມີຄວາມສໍາຄັນຕໍ່ຂົງເຂດການພັດທະນາທາງດ້ານເສດຖະກິດ-ສັງຄົມ, ຊຸກຍູ້ໃຫ້ພົນລະເມືອງເຄົາລົບກົດຫມາຍ ແລະ ລະບຽບການປະພຶດ ທີ່ຍຸຕິທໍາ ເພື່ອການຢູ່ຮ່ວມກັນໃນສັງຄົມຢ່າງເປັນລະບຽບຮຽບຮ້ອຍ.

ວິຊານີ້ຮຽນກ່ຽວກັບຫຍັງ?

ສາຂານີ້ຮຽນກ່ຽວກັບມາດຕະການຕ່າງໆອັນເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດທີ່ກ່ຽວຂ້ອງກັບຊັບສິນ. ສຶກສາເຖິງຄວາມຫມາຍ, ຄວາມສໍາຄັນ, ປະເພດ, ເງື່ອນໄຂ ແລະ ຂໍ້ຜູກພັນຂອງສັນຍາ; ການປະຕິບັດສິດ ແລະ ພັນທະທາງແພ່ງ ເຊັ່ນ: ການປະຕິບັດຕາມສັນຍາ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບຂັ້ນຕອນໃນການດໍາເນີນຄະດີແພ່ງ, ສິດ ແລະ ຫນ້າທີ່ ຂອງບັນດາຜູ້ເຂົ້າຮ່ວມໃນສາຍພົວພັນທາງແພ່ງ ແລະ ພື້ນຖານຄວາມຮັບຜິດຊອບທາງແພ່ງທີ່ຕ້ອງໄດ້ປະຕິບັດ.

ວິທີ່ການສິດສອນ

ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ ຈໍາລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການ ສົນທະນາ ແລະ ຄົ້ນຄວ້າ ເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ. ນອກນັ້ນ, ຍັງມີການໄປທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດຫມາຍແພ່ງ ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ.

ທັກສະ ແລະ ຄວາມສົນໃຈ

ຄວາມຮູ້ພື້ນຖານດ້ານສັງຄົມສາດ ເປັນຕົ້ນແມ່ນ ວິຊາສຶກສາພົນລະເມືອງ, ປະຫວັດສາດ ແລະ ພາສາລາວ. ຕ້ອງເປັນຄົນຊື່ສັດບໍລິສຸດ, ມີຄວາມຍຶດຫມັ້ນຕໍ່ຄວາມຖຶກຕ້ອງ ແລະ ຄວາມຍຸຕິທໍາ;ມັກຊອກຮູ້ວິທີໃນການແກ້ໄຂບັນຫາໃນສັງຄົມຢ່າງມີເຫດມີຜົນ ແລະ ຍຸຕິທໍາ. ມີຄວາມສົນໃຈໃນຂົງເຂດທີ່ກ່ຽວຂ້ອງກັບ ກົດຫມາຍແພ່ງ ທີ່ຕິດພັນກັບການພົວພັນລະຫ່ວາງຄົນທີ່ດໍາລົງຊີວິດ ໃນສັງຄົມ

ຈົບແລ້ວສາມາດ

ນັກສຶກສາຈະມີຄວາມຮູ້ກ່ຽວກັບຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ່ງ ແລະ ວິທີການດໍາເນີນຄະດີທາງແພ່ງເປັນຕົ້ນ ແລະ ຮູ້ຈັກວິທີຂຽນ ເອກະສານການດໍາເນີນຄະດີ. ສາມາດນໍາໃຊ້ຫຼັກການຂອງກົດຫມາຍ ແພ່ງຢ່າງຖືກຕ້ອງເຂົ້າໃນການປະຕິບັດວຽກງານກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງທາງດ້ານແພ່ງ, ໃຊ້ກົດຫມາຍເຂົ້າໃນ ການດໍາລົງຊີວິດ ຕົວຈິງ ທີ່ມີການພົວພັນກັບບຸກຄົນອື່ນໃນສັງຄົມ ເຊັ່ນ: ການເຂົ້າຮ່ວມສັນຍາຕ່າງໆ

ອາຊີບ

ພາຍຫຼັງຈົບການສຶກສາ ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການໃນຂົງເຂດຍຸຕິທໍາ ຫຼື ນັກກົດຫມາຍໃນອົງກອນຂອງລັດຖະບານ ແລະ ເອກະຊົນ. ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ, ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງສາມາດເປັນທີ່ປຶກສາທາງດ້ານກົດຫມາຍ ໄດ້ອີກດ້ວຍ

ສະຖານທີ່ຕັ້ງ

ຄະນະ ນິຕິສາດ ແລະ ລັດຖະສາດ

ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ, ນະຄອນຫຼວງວຽງຈັນ

ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976

ອີເມວ: flpnuol@yahoo.com

ວິຊາຮຽນ

ໝວດຄວາມຮູ້ພື້ນຖານ

  • ຊີວະເຄມີທາງສັດຕະວະແພດ
  • ຄັບພະວິທະຍາທາງສັດຕະວະແພດ
  • ການປັບປຸງພັນສັດ ແລະ ພະຍາດທາງກໍາມະພັນ
  • ພືດເປັນຢາ
  • ພຶດຕິກໍາ, ການຄວບຄຸມສັດ ແລະ ການລ້ຽງສັດ
  • ວິຊາສັດຕະວະແພດທົ່ວໄປ
  • ການຜະລິດສັດໃຫຍ່
  • ການຜະລິດສັດນໍ້າ
  • ສຸຂະພາບສັດລ້ຽງ

ໝວດຄວາມຮູ້ວິຊາສະເພາະສັດຕະວະແພດ

  • ສະລີລະສາດສັດຕະວະແພດ
  • ຈຸລະຊີວະວິທະຍາທາງສັດຕະວະແພດ
  • ກາຍຍະວິພາກສັດຕະວະແພດ
  • ໄວຣັສວິທະຍາທາງສັດຕະວະແພດ ຫຼື ຈຸລະໂລກ
  • ພູມຕ້ານວິທະຍາທາງສັດຕະວະແພດ
  • ກາຝາກທາງສັດຕະວະແພດ
  • ການຢາສັດຕະວະແພດ
  • ພະຍາດວິທະຍາທົ່ວໄປທາງສັດຕະວະແພດ
  • ແມງໄມ້ ແລະ ໂປໂຕຊົວທາງສັດຕະວະແພດ
  • ພະຍາດວິທະຍາສະເພາະລະບົບທາງສັດຕະວະແພດ
  • ພະຍາດຕິດແປດສັດໃສ່ຄົນ
  • ພຶດວິທະຍາທາງສັດຕະວະແພດ
  • ລັງສີວິທະຍາທາງສັດຕະວະແພດ
  • ປະດຸງຄັນທາງສັດຕະວະແພດ
  • ການປີ່ນປົວສັດນ້ອຍ
  • ການປີ່ນປົວສັດຄ້ຽວເອື້ອງ
  • ກວດກາອະນາໄມຊີ້ນ ແລະ ຜະລິດຕະພັນສັດ
  • ສັນຍາກໍາສັດໃຫຍ່
  • ການປີ່ນປົວໝູ
  • ການປີ່ນປົວປາ ແລະ ສັດຕ່າງໆ
  • ລະບາດວິທະຍາ ແລະ ຊີວະສະຖິຕິ
  • ວິທະຍາການປະສົມພັນສັດ
  • ການປີ່ນປົວສັດປີກ
  •  
en_US