
Faculty of Law -
Political Science
University of lao

Faculty of Law -
Political Science
University of lao

ສາຂານີ້ຮຽນກ່ຽວກັບ ບັນດາກົດໝາຍທີ່ເປັນເຄື່ອງມືໃນການປົກຄອງ ແລະ ການບໍລິຫານລັດ, ໂຄງສ້າງ ແລະ ກົນໄກການປົກຄອງ ລວມທັງ ວິທະຍາສາດການເມືອງ, ລະບອບການເມືອງ ຂອງ ສປປ ລາວ ແລະ ທິດສະດີການບໍລິຫານລັດ. ໃນນັ້ນ, ນັກສຶກສາຈະໄດ້ລົງເລິກກ່ຽວກັບ ບັນດາຫຼັກການທາງດ້ານກົດໝາຍ ເຊັ່ນ: ກົດໝາຍລັດຖະທໍາມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ.
ການສິດສອນ ປະກອບມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່ເກີດຂຶ້ນໃນສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນກາງ.
ມີຄວາມຮູ້ ແລະ ຄວາມສາມາດໃນການວິເຄາະການກະທຳຜິດ ແລະ ໂທດທາງອາຍາ, ມີທັກສະທີ່ຈຳເປັນໃນການດໍາເນີນຄະດີອາຍາເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານເປັນຕົ້ນ. ນອກຈາກນັ້ນ ຍັງໄດ້ຝຶກຝົນທັກສະໃນການສື່ສານ ແລະ ການວິເຄາະລາຍລະອຽດ.
ເປັນນັກວິຊາການ ແລະ ນັກບໍລິຫານ ໃນຂົງເຂດນິຕິກໍາທາງດ້ານການປົກຄອງ ຕາມບັນດາສໍານັກງານ, ອົງການ ແລະ ຫ້ອງການປົກຄອງຂອງລັດຖະບານ ເປັນຕົ້ນແມ່ນກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ, ຫ້ອງວ່າການນະຄອນຫຼວງ, ຫ້ອງວ່າການປົກຄອງແຂວງ ແລະ ອື່ນໆ. ນອກນັ້ນ, ຍັງສາມາດເປັນຜູ້ຊ່ວຍທາງດ້ານນິຕິກໍາໃນ ພາກເອກະຊົນອີກດ້ວຍ.
ຄະນະ ນິຕິສາດ – ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດອນນົກຂຸ້ມ
University of lao
ທຸກຄົນສາມາດຕິດຕາມ ກິດຈະກຳ ແລະ ການແຈ້ງການຕ່າງໆຂອງມະຫາວິທະຍາໄລ ໄດ້ທີ່ນີ້
ທ່ານ ສາມາດຕິດຕາມຂ່າວສານຂອງ ຄະນະ ນິຕິສາດ - ລັດຖະສາດໄດ້ທີ່ນີ້
ທີ່ຢູ່ໃນຄະນະ ນິຕິສາດ - ລັດຖະສາດ
ສ້າງໃຫ້ ຄນລ ກາຍເປັນສະຖາບັນການສຶກສາທີ່ມີຄຸນນະພາບ ແລະ ນຳໜ້າໃນການກໍ່ສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ມີວິຊາສະເພາະທີ່ແນ່ນອນ, ມີຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສ່ວນໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ.
“ ພາກວິຊາພົວພັນສາກົນ ເປັນພາກວິຊາວິຊາໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງຄະນະນິຕິສາດ ແລະ ລັດຖະສາດ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະບໍດີ ໃນການຈັດຕັ້ງການຮຽນ – ການສອນ ສາຂາວິຊາໃນຂົງເຂດກົດໝາຍຕ່າງປະເທດ,ນັກການທູດ ເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາ ສາດ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ. ”
“ ພາກວິຊາກົດໝາຍແພ່ງ ເປັນພາກວິຊາວິຊາໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງຄະນະນິຕິສາດ ແລະ ລັດຖະສາດ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະບໍດີ ໃນການຈັດຕັ້ງການຮຽນ – ການສອນ ສາຂາວິຊາໃນຂົງເຂດກົດໝາຍແພ່ງເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາ ສາດ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.”
“ ພາກວິຊາກົດໝາຍອາຍາ ເປັນພາກວິຊາວິຊາໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງຄະນະນິຕິສາດ ແລະ ລັດຖະສາດ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະບໍດີ ໃນການຈັດຕັ້ງການຮຽນ – ການສອນ ສາຂາວິຊາໃນຂົງເຂດກົດໝາຍອາຍາເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາ ສາດ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ. ”
ພາລະບົດບາດຫຼັກຂອງ ຄະນະນິຕິສາດ ແລະ ລັດຖະສາດ ແມ່ນກໍ່ສ້າງນັກວິຊາການທາງດ້ານ ກົດໝາຍ, ລັດຖະສາດ ແລະ ການພົວພັນສາກົນ, ທັງລະດັບປະລີນຍາຕີ ແລະ ຫຼັງປະລີນຍາຕີ ເພື່ອຕອບສະໜອງບຸກຄະລາກອນໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມທາງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ,ສ້າງພື້ນຖານໃຫ້ແກ່ການສ້າງລັດແຫ່ງກົດໝາຍ ໃຫ້ນັບມື້ນັບເຂັ້ມແຂງຂື້ນເທື່ອລະກ້າວ.