ກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາວິທະຍາສາດ

ຫົວຂໍ້ : ຄວາມເປັນທຳຕໍ່ການປ່ຽນແປງດິນຟ້າອາກາາດ ສຶກສາປຽບທຽບການເອົາໃຈໃສ່ຕໍ່ປະຊາຊົນເຜົ້າມົ້ງ,ກົມມຸ,ພ້ອງ ແລະ ຊິງມູນ ຢູ່ແຂວງ ຫົວພັນ ແລະ ຊົນເຜົ້າ ສະດາງ,ເຈັງ,ຮ່າຮັກ ແລະ ໂອ້ຍ ແຂວງ ອັດຕະປື
ໃນວັນທີ 29 ພະຈິກ 2023 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາວິທະຍາສາດ ພາຍໃຕ້ຫົວຂໍ້: ຄວາມເປັນທຳຕໍ່ການປ່ຽນແປງດິນຟ້າອາກາາດ ສຶກສາປຽບທຽບການເອົາໃຈໃສ່ຕໍ່ປະຊາຊົນເຜົ້າມົ້ງ,ກົມມຸ,ພ້ອງ ແລະ ຊິງມູນ ຢູ່ແຂວງ ຫົວພັນ ແລະ ຊົນເຜົ້າ ສະດາງ,ເຈັງ,ຮ່າຮັກ ແລະ ໂອ້ຍ ແຂວງ ອັດຕະປື, ເຊີ່ງນຳພາໂດຍ ທ່ານ ອຈ.ປອ. ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ແລະ ທີມງານນັກຄົ້ນຄ້ວາ 06 ທ່ານ ,ເຜີຍແຜ່ຜົນການຄົ້ນຄ້ວາວິທະຍາສາດຄັ້ງນີ້ ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ຮສ.ປອ.ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ,ມີບັນດາ ພະນັກງານ,ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ
ນຳສະເໜີຜົນການຄົ້ນຄ້ວາ ໂດຍ ທ່ານ ອຈ.ປອ.ສີພາ ຈັນທະວົງ,ທີມງານຄົ້ນ
ຄ້ວາ


