ຂະບວນການອອກແຮງງານລວມ

ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ20 ກໍລະກົດ 1955-20 ກໍລະກົດ 2022) ຄົບຮອບ 67 ປີ, ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນເຊົ້າວັນທີ 16 ກໍລະກົດ 2022 ຄະນະບໍລິຫານງານຮາກຖານ ຄນລ ສົມທົບ 2 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ,ພະນັກງານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ ເປັນຕົ້ນການຕັດຫຍ້າ, ຖາງຫຍ້າ, ອະນາໄມອ້ອມຮອບກຳແພງດ້ານໃນຂອງຄະນະ ທັງນີ້ກໍເພື່ອເຮັດໃຫ້ສະຖານທີ່ພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມຊ ໃຫ້ມີຄວາມສະອາດງາມຕາ .