ຄວາມສາມາດຫຼັ່ງຈາກຮຽນຈົບ
ນັກສຶກສາຈະມີຄວາມຮູ້ກ່ຽວກັບຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ່ງ ແລະ ວິທີການດໍາເນີນຄະດີທາງແພ່ງເປັນຕົ້ນ ແລະ ຮູ້ຈັກວິທີຂຽນ ເອກະສານການດໍາເນີນຄະດີ. ສາມາດນໍາໃຊ້ຫຼັກການຂອງກົດຫມາຍ ແພ່ງຢ່າງຖືກຕ້ອງເຂົ້າໃນການປະຕິບັດວຽກງານກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງທາງດ້ານແພ່ງ, ໃຊ້ກົດຫມາຍເຂົ້າໃນ ການດໍາລົງຊີວິດ ຕົວຈິງ ທີ່ມີການພົວພັນກັບບຸກຄົນອື່ນໃນສັງຄົມ ເຊັ່ນ: ການເຂົ້າຮ່ວມສັນຍາຕ່າງໆ
ມີຄວາມຮູ້ ແລະ ຄວາມສາມາດໃນການວິເຄາະການກະທຳຜິດ ແລະ ໂທດທາງອາຍາ, ມີທັກສະທີ່ຈຳເປັນໃນການດໍາເນີນຄະດີອາຍາເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານເປັນຕົ້ນ. ນອກຈາກນັ້ນ ຍັງໄດ້ຝຶກຝົນທັກສະໃນການສື່ສານ ແລະ ການວິເຄາະລາຍລະອຽດ.
ນັກສຶກສາຈະມີຄວາມຮູ້ທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການດຳເນີນທຸລະກິດການຄ້າ, ຄວາມສາມາດໃນການ ບໍລິຫານຈັດການແລະ ຄຸ້ມຄອງທຸລະກິດຕາມຫຼັກການລະບຽບກົດໝາຍ. ນອກນັ້ນ ຍັງຈະໄດ້ຝຶກທັກສະໃນການ ວິເຄາະບັນຫາ, ການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງ ທາງດ້ານກົດໝາຍພາຍໃນອົງກອນທຸລະກິດ ໂດຍນໍາໃຊ້ຂະບວນການຕຸລາການຍຸດຕິທໍາ.
ມີຄວາມສາມາດໃນການວິເຄາະລະບົບການປົກຄອງ, ນຳໃຊ້ເຄື່ອງມືທາງດ້ານກົດໝາຍເຂົ້າໃນການປົກຄອງຢ່າງມີປະສິດທິພາບ, ສ້າງບັນດານິຕິກໍາທາງດ້ານການເມືອງການປົກຄອງລວມທັງການສ້າງບັນດາເອກະສານທາງດ້ານການປົກຄອງເປັນຕົ້ນແມ່ນ: ແຈ້ງການ, ໜັງສືສະເໜີ ຫຼື ຂໍ້ຕົກລົງ. ມີທັກສະດ້ານການເປັນຜູ້ນໍາ ເພື່ອການປົກຄອງທ້ອງຖີ່ນ ແລະ ການບໍລິຫານລັດ.
ມີຄວາມຮູ້ຄວາມສາມາດໃນການວິເຄາະນະໂຍບາຍຕ່າງປະເທດ ແລະ ເຫດການທາງດ້ານເສດຖະກີດ-ການ. ມີຄວາມເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ວັດທະນາທຳສັງຄົມ ຂອງປະເທດຕ່າງໆ. ມີທັກສະໃນການເຈລະຈາທາງການທູດ ແລະ ພິທີການທາງການທູດ ເຊິ່ງເປັນວິທີການປະຕິບັດທີ່ດີຂອງນັກການທູດ ແລະ ຍັງມີຄວາມຮູ້ທາງດ້ານກົດໝາຍສາກົນອີກດ້ວຍ.