ສ້າງໃຫ້ ຄນລ ກາຍເປັນສະຖາບັນການສຶກສາທີ່ມີຄຸນນະພາບ ແລະ ນຳໜ້າໃນການກໍ່ສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ມີວິຊາສະເພາະທີ່ແນ່ນອນ, ມີຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສ່ວນໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ.
ສ້າງໃຫ້ ຄນລ ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍຕາມຄຳຂວັນທີ່ວ່າ:
ເສີມສ້າງຄວາມຮູ້ ເຊີດຊູຄວາມຍຸຕິທຳ
ຄຽງຄູ່ຈັນຍາບັນ ຍຶດໝັ້ນລະບຽບວິໄນ
ຄົ້ນຄິດຜົນງານວິໄຈ ກ້າວໄປສູ່ລັດແຫ່ງກົດໝາຍ.