ພິທີເຊັນບົດບັນທຶກຄວາມເຂົ້າໃຈທາງວິຊາການ (MOA) ໃນການສິດສອນຫຼັກສູດປະລິນຍາເອກ ສາຂາ ນິຕິສາດ ຢູ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ

ໃນວັນຈັນ ຕອນເຊົ້້າ ຂອງວັນທີ 24 ກຸມພາ 2025 ເວລາ 9:00-11:30 ໂມງ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈທາງວິຊາການ ລະຫວ່າງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະນິຕິສາດ ມະຫາວິທະຍາໄລທຳມະສາດ, ປະເທດໄທ. ເຂົ້າຮ່ວມໃນພິທີດັ່ງກ່າວ ປະກອບມີຄະນະຜູ້ບໍລິຫານຈາກສອງສະຖາບັນ ດັ່ງນີ້:
ຄະນະຜູ້ບໍລິຫານ ແລະ ອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມມີ:
1. ອຈ. ປອ. ສົມເດດ ແກ້ວວົງສັກ ຜູ້ຮັບຜິດຊອບແທນຄະນະບໍດີ ຄນລ;
2. ອຈ. ທັດສະນະລອນ ສີສຸນົນທ໌ ຮອງຄະນະບໍດີ;
3. ທ່ານ ອຈ. ນາງ ບຸນນໍາ ຊົມວິມານ (ຮອງຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາຕີ, ມຊ);
4. ນອກຈາກນັ້ນ ຍັງມີບັນດາຫົວໜ້າພາກວິຊາ, ຮອງພາກວິຊາ, ຫົວໜ້າພະແນກ, ຮອງພະແນກ ຂອງ ຄນລ;
ສ່ວນຄະນະຜູ້ບໍລິຫານ ຈາກຄະນະນິຕິສາດ ມະຫາວິທະຍາໄລທຳມະສາດ, ປະເທດໄທ ເຂົ້າຮ່ວມມີ:
1. ຮສ. ປອ. ປົກປ້ອງ ສີສະນິດ ຄະນະບໍດີ ຄະນະນິຕິສາດ ມະຫາວິທະຍາໄລທຳມະສາດ, ປະເທດໄທ;
2. ຜູ້ຊ່ວຍສາດສະດາຈານ. ປອ. ອຳນາດ ຕັ້ງສິຣິພິມານ ຮອງຄະນະບໍດີ;
3. ອາຈານ ສະຖາພອນ ລິ້ມມະນີ ຈາກສຳນັກພິມວິນຍູຊົນ.
ການຮ່ວມມືທາງວິຊາການດັ່ງກ່າວ ຖືວ່າເປັນບາດກ້າວສໍາຄັນຂອງການຮ່ວມມືທາງດ້ານວິຊາການລະຫວ່າງສອງສະຖາບັນ ເພື່ອເສີ່ມສ້າງການພົວພັນ, ແລກປ່ຽນອົງຄວາມຮູ້ ແລະ ພັດທະນາຄຸນນະພາບການສຶກສາທາງດ້ານກົດໝາຍ ໂດຍສະເພາະແມ່ນຄວາມຮ່ວມມື ເພື່ອສິດສອນ ແລະ ຊີ້ນຳບົດວິທະຍານິພົນ ໃນຫຼັກສູດປະລິນຍາເອກ ສາຂາ ນິຕິສາດ ຂອງ ຄະນະນິຕິສາດ ແລະ ລັດຖະສາດ ໃນອານະຄົດນີ້.
ຂ່າວໂດຍ : ທ່ານ ອຈ ປອ ປັນຍາສັກ ແສງອ່ອນແກ້ວ





