ໃນວັນທີ 4 – 9 / 07 / 2019 ,ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ,ຕ່າງໜ້າ ສປປລາວ ໄດ້ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງທີ່ 5 ຢູ່ທີ່ ມະຫາວິທະຍາໄລຈຸລາລົງກອນ ປະເທດໄທ,ນຳພາໂດຍ ທ່ານ ປທ ນ. ຄອນສະຫວັນ ວົງວັນນະໄຊ ອາຈານສອນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມີນັກສຶກສາທີ່ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງນີ້ ມີ ນ. ຄະນິດຖາ ວັນນະລາດ ນັກສຶກສາປີ …
ໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2019 ນີ້, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງພິທີ ປາຖະກະຖາເນື່ອງໃນ 2 ວັນປະຫວັດສາດ ຄື: ເຫດການຜ່າວົງປິດລ້ອມ ຂອງກອງພັນທີ 2 ຄົບຮອບ 60 ປີ (18 ພຶດສະພາ 1959-18 ພຶດສະພາ 2019) ແລະວິລະກຳໂຕນຄຸກ ຢ່າງມະຫັດສະຈັນຂອງ ບັນດາຜູ້ນຳແນວລາວຮັກຊາດ ຄົບຮອບ 59 ປີ ( 24 ພຶດສະພາ 1960- 24 ພຶດສະພາ 2019)ຂຶ້ນທີ່ ຫ້ອງປະຊຸມB10 ໂດຍໃຫ້ກຽດຂຶ້ນປາຖະກະຖາຂອງ ທ່ານ ພຈວ ຄຳຜາງ ກອງຈັນແສງ ຮອງປະທານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບພິທີມີ: ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ພ້ອມດ້ວຍຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄະນະຕົນເຂົ້າຮ່ວມ.ໃນພິທີ …
ໃນຕອນເຊົ້າ ວັນທີ21ພຶດສະພາ2019ນີ້, ຄະນະບໍລິຫານງານສະຫະພັນກຳມະບານ ຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 3 ຂອງ ຄນລ. ໂດຍການເປັນປະທານຂອງ ສະຫາຍ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະພັກ ມຊ ເລຂາຄະນະພັກຮາກຖານ ຄນລ, ຄະນະບໍດີ ຄນລ, ສະຫາຍ ບຸນມີ ພິພັກຄະວົງ ຄະນະປະຈຳ ປະທານກວດກາສະຫະພັນກຳມະບານ ມຊ, ມີປະທານ ສະຫະພັນກໍາມະບານ, ເລຂາຊາວໜຸ່ມ, ປະທານສະຫະພັນແມ່ຍິງ ຄນລ, ບັນດາແຂກຖືກເຊີນ, ມີບັນດາຫົວໜ້າໜ່ວຍ, ຫົວໜ້າຈຸ ແລະສະມາຊິກກໍາມະບານ ຄູ-ອາຈານ ແລະສະມາຊິກກໍາມະບານນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມຈຳນວນ 180 ສະຫາຍ.ໃນທີ່ປະຊຸມ ສະຫາຍ ປທ. ບຸນຄົງ ເພັດດາວຮຸ່ງ …
ວັນທີ 22-24 /06 / 2019 ໜ່ວຍງານພິທີການ ແລະ ການຮ່ວມມື ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງເພື່ອການບໍລິການ ແລະ ພັດທະນາວຽກງານຮ່ວມມືສາກົນໃຫ້ຄະນະປະສານງານຂອງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໃຫ້ກຽດເປັນປະທານໂດຍ ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ,ເຊີ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຜູ້ຊີນຳວຽກງານພົວພັນຕ່າງປະເທດ,ໃຫ້ກຽດບັນລະຍາຍໃນກອງປະຊຸມຄັ້ງນີ້ໂດຍ ທ່ານ ຮສ ປອ ແສງເດືອນ ໄວຍະກອນ ຫົວໜ້າຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ, …
ກອງປະຊຸມຝຶກອົບຮົມການບໍລິຫານຫ້ອງການ ແລະ ເຕັກນິກການແຕ່ງເອກະສານທາງການຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໂດຍການເປັນປະທານຂອງທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ,ທ່ານ ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ, ທ່ານ ອາຈານ ພູວົງ ວິໄລແສງ ຮອງຄະນະບໍດີ ແລະ ທ່ານ ລິຈິນໍ ຫົວໜ້າໂຄງການປະຈຳ ຄນລ
ພິທີສະຫຼຸບສົກຮຽນ 2017-2018 ແລະ ເປີດສົກຮຽນໃໝ່ ຫຼັກສູດປະລິນຍາໂທນິຕິສາດ ຮຸ່ນທີ X ແລະ ປະລິນຍາໂທ ສາຂາ ກົດໝາຍທຸລະກິດ ຮຸ່ນທີ IVສົກຮຽນ 2018-2019, ຄນລ ,ວັນທີ 13 ພຶດສະພາ2019
ການຝຶກອົບຮົມກ່ຽວກັບການນຳໃຊ້ຂັ້ນຕອນ PDCA ເຂົ້າໃນການຂຽນບົດລາຍງານການປະເມີນຫລັກສູດຕາມມາດຕະຖານຂອງເຄືອຂ່າຍມະຫາວິທະຍາໄລອາຊຽນໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດຄັ້ງວັນທີ 14 – 16 ພຶດສະພາ 2019 ທີ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ