ໃນຕອນບ່າຍ ວັນທີ 09 ທັນວາ 2021 ນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະ ລຸກຊໍາບວກ, ຈັດສັ່ງຊື້ໂດຍ: ມະຫາວິທະຍາໄລລຸກຊໍາບວກ ໄດ້ມອບປື້ມຕໍາລາກ່ຽວກັບກົດໝາຍໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດກ່າວມອບໂດຍ Dr. Perrine ຜູ້ຊ້ຽວຊານໂຄງການລາວ/031 ແລະ ກ່າວຮັບໂດຍ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ,ມີບັນດາ ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານຫໍສະໝຸດເຂົ້າຮ່ວມຢ່າງພ້ອມພຽງ. ປຶ້ມທີ່ນໍາມາມອບໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດຄັ້ງນີ້ …
ໃນວັນທີ 9 ທັນວາ 2021ທີ່ຫ້ອງປະຊຸມ L1 ຕຶກອາເນກປະສົງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາວິໄຈ ຫົວຂໍ້: ຄວາມເປັນທໍາຕໍ່ດິນຟ້າອາກາດ: ການປົກປ້ອງ ແລະ ເອົາໃຈໃສ່ຕໍ່ປະຊາຊົນບັນດາເຜົ່າຢູ່ ແຂວງ ຫົວພັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ ວຽງວິໄລ ທ່ຽງຈັນ ຄະນະບໍດີ ,ມີບັນດາຮອງຄະນະບໍດີ ຫົວໜ້າພາກວິຊາ,ຫົວໜ້າພະແນກ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ ຜ່ານລະບົບອອນລາຍ ໂດຍໃຊ້ລະບົບເຄືອຂ່າຍອິນເຕີເນັດຂອງຄະນະ. ດຳເນີນການສຶກສາໂດຍ: ອຈ.ປອ. ສົມເດດ ແກ້ວວົງສັກ,ປອ ສີພາ ຈັນທະວົງ,ປອ ລັດດາວັນ ດອນແກ້ວດາວົງ,ປທ.ນ. ແສງນາລີ ກັນທະວົງ , ປຕ.ນ. …
ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ) ພາກວິຊາລັດຖະສາດໄດ້ຈັດກອງປະຊຸມບັນຍາຍທາງດ້ານວິຊາການ ພາຍໃຕ້ຫົວຂໍ້: ” ການດຳເນີນຄະດີປົກຄອງຂອງ ສປປ ລາວ ຄັ້ງວັນທີ 03 ທັນວາ 2021,ທີ່ຫ້ອງປະຊຸມ L1 ພາຍໃຕ້ການເປັນປະທານຂອງ ທ່ານ ປທ ນາງ ວິໄລ ລັງກາວົງ ຫົວໜ້າພາກວິຊາລັດຖະສາດ ມີບັນດາ ຄູ-ອາຈານ ເຂົ້າຮ່ວມທັງໝົດ 72 ທ່ານ, ແລະ ນັກສຶກສາ ຄນລ ເຂົ້າຮ່ວມທັ້ງໝົດ 118 ຄົນ ຜ່ານທາງອອນລາຍ ດ້ວຍລະບົບເຄືອຂ່າຍອິນເຕີເນັດຂອງ ຄນລ,ໃຫ້ກຽດບັນຍາຍໂດຍທ່ານ ຄູນ ຜາສຸກ ຫົວໜ້າຄະນະສານປົກຄອງ ສານປະຊາຊົນສຸງສຸດ
ໃນຕອນເຊົ້າຂອງວັນທີ 19 ພະຈິກ 2021. ຢູ່ທີ່ຫ້ອງປະຊຸມB10 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສຳຄັນຂອງພັກ ການຮ່ວມຊິວິດການເມືອງຂອງສະມາຊິກພັກແຕ່ລະໜ່ວຍພັກ ຜ່ານທາງລະບົບອອນລາຍ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະປະຈໍາພັກ,ປະທານກວດກາຄະນະພັກ ມະຫາວິທະຍາໄລແຫ່ງຊາດ,ເລຂາພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມີບັນດາສະຫາຍສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນຮາກຖານເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ຮສ ວຽງວິໄລ ທ່ຽງຈັນໄຊ ໄດ້ບັນຍາຍເອກະສານຄໍາສັ່ງວ່າດ້ວຍເພີ້້ມທະວີການຊີ້ນໍາຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ ເລກທີ01/ກມສພ,ລົງວັນທີ26/07/2021 ເພື່ອໃຫ້ເຊື່ອມຊືມ ແລະ ເຂົ້າໃຈເອກະສານດັ່ງກ່າວໃນການຈັດຕັ້ງປະຕິບັດ ແລະ ຕໍ່ມາ …
ຫວ່າງບໍ່ດົນຜ່ານມາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ,ມຊ) ໜ່ວຍພັກພະແນກການ ໄດ້ປະະເມີນໜ່ວຍພັກ,ສະມາຊິກພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2021 ແລະ ສົ່ງແຜນກໍ່ສ້າງໜ່ວຍພັກ,ສະມາຊິກພັກ ປອດໃສ ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2022 ຜ່ານທາງອອນລາຍ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພູວົງ ວິໄລແສງ ຄະນະພັກຮາກຖານ ຜູ້ຊີ້ນໍາໜ່ວຍພັກພະແນກການ, ມີ ສະຫາຍ ສົມເດດ ແກ້ວວົງສັກ ປະທານກວດກາພັກ ຄະນະພັກຮາກຖານ ,ສະຫາຍ ທັດສະນາລອນ ສີສຸນ໌ນ ເລຂາໜ່ວຍພັກພະແນກການ , ມີຮອງເລຂາໜ່ວຍພັກພະແນກການ ,ຫົວໜ້າຈຸ,ຮອງຈຸ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ …
ໃນວັນທີ 27 ຕຸລາ 2021 ທີ່ຜ່ານມາ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຄະນະກຳມະການບໍລິຫານປະຈໍາສົກສຶກສາ 2020-2021 ແລະ ແຜນການປະຈໍາສົກສຶກ ສາ 2021-2022 ຂອງຄະນະກໍາມະການບໍໍລິຫານ ຜ່ານລະບົບອອນລາຍ,ໂດຍການເປັນປະທານຮ່ວມຂອງທ່ານ ຮສ ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ,ມີບັນດາສະມາຊິກກໍາມະການບໍລິຫານເຂົ້າຮ່ວມກອງປະຊຸມປະກອບດ້ວຍ ບັນດາທ່ານຮອງຄະນະບໍດີ, ຫົວໜ້າພາກວິຊາ,ຫົວໜ້າພະແນກ, ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ຫົວໜ້າສູນ, ຫົວໜ້າປ້ອງກັນ ແລະ ພະນັກງານບໍລິຫານ ລວມທັງໝົດ …30 ທ່ານ ເປັນຍິງ 10…ທ່ານ. ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບປະຈຳສົກສຶກສາ …
ໃນວັນທີ 26 ຕຸລາ 2021 ນີ້, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸຸບສົກຮຽນ2020-2021,ເປີດສົກຮຽນໃໝ່2021-2022 ແລະ ສະເຫລີມສະຫລອງວັນຄູແຫ່ງຊາດຄົບຮອບ 27 ປີ,ຜ່ານລະບົບອອນລາຍ (Google Meet), ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ,ຮອງຄະນະບໍດີ,ຫົວໜ້າພາກວິຊາ,ຫົວໜ້າພະແນກ,ຫົວໜ້າຫ້ອງການ 13 ຄະນະ,ແລະ ພະນັກງານຄູ-ອາຈານ,ນັກສຶກສາພາຍໃນ ຄະນະນິຕິສາດ ແລະ ລັດຖະສາດເຂົ້າຮ່ວມ. ໃນພິທີ,ໄດ້ຮັບຟັງການລາຍງານສະຫຼຸຸບສົກຮຽນ 2020-2021, ເປີດສົກຮຽນໃໝ່2021-2022ແລະ ສະເຫລີມສະຫລອງວັນຄູແຫ່ງຊາດຄົບຮອບ 27 ປີ ຂອງ …
ໃນຕອນເຊົ້າວັນທີ 14 ຕຸລາ 2021, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຕໍາແໜ່ງ ຫົວໜ້າພະແນກການສຶກສາຫຼັງປະລິນຍາຕີ ແລະ ຕໍາແໜ່ງ ຮອງຫົວໜ້າພາກວິຊາ ພົວພັນສາກົນ ຂຶ້ນທີ່ຫ້ອງປະຊຸມ B10 ຄນລ. ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ແລະມີ ຄະນະບໍດີ, ຮອງຄະນະບໍດີ, ບັນດາຫົວໜ້າ ແລະຮອງພາກວິຊາ, , ຫົວໜ້າ ແລະຮອງພະແນກ, ຫົວໜ້າ ແລະຮອງໜ່ວຍວິຊາ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການກ່າວສະພາບລວມ ແລະ ມີຄໍາເຫັນໂອ້ລົມຕໍ່ພະນັກງານ,ຄູ-ອາຈານຂອງ ທ່ານ …
ໃນຕອນເຊົ້າວັນທີ 3 ກັນຍາ 2021, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຕໍາແໜ່ງ ຮອງຄະນະບໍດີ ແລະ ຕໍາແໜ່ງ ຫົວໜ້າພາກວິຊາ ພົວພັນສາກົນ ຂຶ້ນທີ່ຫ້ອງປະຊຸມ B10 ຄນລ. ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະມີ ຄະນະບໍດີ, ຮອງຄະນະບໍດີ, ບັນດາຫົວໜ້າ ແລະຮອງພາກວິຊາ, , ຫົວໜ້າ ແລະຮອງພະແນກ, ຫົວໜ້າ ແລະຮອງໜ່ວຍວິຊາ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ນິຕິກໍາດ້ານການເງີນໂດຍບັນລະຍາຍຂອງ ທ່ານ ກອງມາ …
ເພື່ອສະເຫຼີມສະຫຼອງວັນຢຶດອໍານາດ ຄົບຮອບ 76 ປີ (23 ສິງຫາ 1945 – 23ສິງຫາ 2021)ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນບ່າຍວັນທີ 20 ສິງຫາ 2021 ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ,ພະນັກງານ , ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ ເປັນຕົ້ນການຕັດຫຍ້າ, ຖາງຫຍ້າ, ອະນາໄມອ້ອມຮອບກຳແພງດ້ານໃນຂອງຄະນະ ທັງນີ້ກໍເພື່ອເຮັດໃຫ້ສະຖານທີ່ພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມຊ ໃຫ້ມີຄວາມສະອາດງາມຕາ ແລະ …