ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ ຈໍາລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການ ສົນທະນາ ແລະ ຄົ້ນຄວ້າ ເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ. ນອກນັ້ນ, ຍັງມີການໄປທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດຫມາຍແພ່ງ ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ. ການສິດສອນ ປະກອບມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່ເກີດຂຶ້ນໃນສັງຄົມ, ມີການຕັ້ງບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມໂດຍນຳໃຊ້ທິດສະດີເຂົ້າໃນການວິເຄາະບັນຫາດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນ ກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, …