ພາຍຫຼັງຈົບການສຶກສາ ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການໃນຂົງເຂດຍຸຕິທໍາ ຫຼື ນັກກົດຫມາຍໃນອົງກອນຂອງລັດຖະບານ ແລະ ເອກະຊົນ. ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ, ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງສາມາດເປັນທີ່ປຶກສາທາງດ້ານກົດຫມາຍ ໄດ້ອີກດ້ວຍ ນັກສຶກສາທີ່ຈົບພາກກົດໝາຍອາຍາ ສາມາດປະກອບອາຊີບເປັນນັກກົດໝາຍ ຫຼື ວິຊາການຕາມບັນດາ ອົງການຕຸລາການ ເປັນຕົ້ນ ແມ່ນ ສານ, ໄອຍະການ, ສະພາທະນາຍຄວາມ, ອົງການສືບສວນ-ສອບສວນ ແລະ ກະຊວງທີ່ກ່ຽວຂ້ອງ. ນອກນັ້ນ, ຍັງສາມາດເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ ພາກເອກະຊົນ ແລະ ເປັນທະນາຍອິດສະຫຼະ. ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ ສາມາດເປັນ …