ຄໍາວ່າ AUN-QA ໝາຍເຖີງຫຍັງ ?
AUN-QA: ເຄືອຂ່າຍການປະກັນຄຸນນະພາບມະຫາວິທະຍາໄລອາຊຽນ (ASEAN University Network Quality Assurance: AUNQA) AUN-QA ສ້າງຕັ້ງຂື້ນໃນປີ 1998, ພ.ສ 2541 ໂດຍມີຈຸດປະສົງເພື່ອສ້າງກົນໄກການປະກັນຄຸນນະພາບ ແລະ ມາດຕະຖານການສຶກສາຂອງມະຫາວິທະຍາໄລ ສະມາຊິກໃຫ້ໄປໃນແນວທາງດຽວກັນ ເຊີ່ງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ກຽມການປະເມີນການສຶກສາຫລັກສູດຂອງພາກວິຊາພົວພັນສາກົນ ໃນວັນທີ 14-18 ກຸມພາ 2022 ຖ້າການປະເມີນຫລັກສູດຜ່ານຈະເປັນ ຄະນະທໍາອິດ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ເປັນຄັ້ງທຳອິດຂອງ ສປປ ລາວ ອີກດ້ວຍ.