ພະແນກວິຊາການ ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງ ແລະ ບໍລິຫານຈັດການລະບົບຖານຂໍ້ມູນຂອງ ຄນລ

ໃນລະຫວ່າງວັນທີ 14-17 ສິງຫາ 2022 ນີ້, ພະແນກວິຊາການ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງ ແລະ ບໍລິຫານຈັດການລະບົບຖານຂໍ້ມູນຂອງ ຄນລ; ກອງປະຊຸມໄດ້ຈັດຂຶ້ນທີ່ຫ້ອງປະຊຸມເຮືອນພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ອຈ. ປອ. ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄນລ, ມີບັນດາ ຫົວໜ້າພາກວິຊາ,ທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ຜູ້ຮັບຜິດຊອບແຕ່ລະພາກສ່ວນ ຄູອາຈານເຂົ້າໃຈໃນການນໍາໃຊ້ລະບົບຖານຂໍ້ມູນ ແລະ ເປັນເອກະພາບກັນໃນການນໍາໃຊ້ຖານຂໍ້ມູນຂອງພວກເຮົານີ້
ໃນກອງປະຊຸມ ທ່ານ ປອ ດວງມາລາ ຄໍາສົງກາ ຫົວໜ້າພະແນກວິຊາການ ໄດ້ກ່າວຄວາມເປັນມາຂອງການສ້າງລະບົບຖານຂໍ້ມູນຂອງ ຄນລ ວ່າ : ພວກເຮົາໄດ້ວາງແຜນ ແລະ ຖອດຖອນບົດຮຽນ ສີ່ສະຖາບັນທາງພາຍໃນ ແລະ ຕ່າງປະເທດ, ພາຍໃນພວກເຮົາໄດ້ໄປແລກປ່ຽນກັບ ຄະນະວິສາວະກຳສາດ ແລະ ຄະນະເສດຖະສາດບໍລິຫານທຸລະກິດໃນຊ້ວງກຸມພາ ປີ 2011 ແລະ ພ້ອມດຽວກັນນັ້ນພວກເຮົາໄດ້ໄປຖອດຖອນບົດຮຽນແລກປ່ຽນປະສົບການ ກັບ ມະຫາວິທະຍາໄລມະຫາສາລະຄາມ ແລະ ມະຫາວິທະຍາໄລແມ່ຟ້າຫລວງ ປະເທດໄທ ເດືອນມີນາ 2011 ເຊີ່ງຈຸດປະສົງຂອງການໄປຖອດຖອນບົດຮຽນໃນໄລຍະນັ້ນ ເພື່ອໄປສຶກສາລະບົບຖານຂໍ້ມູນ ລະບົບການເກັບກໍາຂໍ້ມູນ,ການລົງທະບຽນ,ການຄຸ້ມຄອງຄະແນນຂອງນັກສຶກສາ,ສຶກສາການເຮັດວຽກຂອງພະແນກວິຊາການ ເພື່ອຊອກຫາວິທິການເຮັດແນວໃດລະບົບການບໍລິການຂອງພວກເຮົາມີຄວາມທັນສະໄໝຂື້ນ,ມາຮອດ 2018 ໂຄງການໃໝ່ ພວກເຮົາຈື່ງໄດ້ປຶກສານຳຫົວໜ້າໂຄງການລາວ031ຂໍງົບປະມານສະໜັບສະໜູນໃນການສ້າງຖານຂໍ້ມູນຂອງ ຄນລ ,ພວກເຮົາໄດ້ເລີ້ມການວາງແຜນສ້າງລະບົບ ເຊີ່ງຈຸດປະສົງຂອງພວກເຮົາແທ້ໆໃນການສ້າງລະບົບຖານຂໍ້ມູນ ເພື່ອເຮັດໃຫ້ການບໍລິຫານຈັດການຖານຂໍ້ມູນ ການຮຽນການສອນ ມີຄວາມສະດວກວ່ອງໄວ,ໂປ່ງໃສ ແລະ ທັນສະໄໝ,ເຊີ່ງມາຮອດປີ 2019 ພະແນກວິຊາການໄດ້ສົມທົບ ກັບ ພະແນກຫໍສະໝຸດ ໜ່ວຍງານໄອທີ,ໄດຄັດເລືອກເອົາບໍລິສັດ ລາວໄອທີ ພັດທະນາຈໍາກັດ ໄດ້ພັດທະນາລະບົບຖານຂໍ້ມູນຂອງ ຄນລ ຂື້ນ ພາຍໃຕ້ການສະໜັບສະໜູນຂອງໂຄງການລາວ031 ແລະ ພວກເຮົາກໍ່ໄດ້ເຊີນ ພະແນກຈັດຕັ້ງຄຸ້ມຄອງພະນັກງານ,ພະແນກຄຸ້ມຄອງນັກສຶກສາ ແລະ ພະແນກການເງີນ ເຂົ້າຮ່ວມການອອກແບບຟັງຊັນເພື່ອໃຫ້ແທດເໝາະກັບໜ້າວຽກຕົວຈິງ,ການອອກແບບລະບົບຖານຂໍ້ມູນ ແມ່ນພວກເຮົາອິງໃສລະບຽບນິຕິກຳວິຊາການສະບັບປັບປຸງປີ2019 ເປັນຫລັກ ສຶກສານິຕິກຳອອກແບບໃຫ້ສອດຄ່ອງກັບປື້ມນິຕິກຳ ແລະ ໄດ້ອອກແບບເພື່ອແກ້ໄຂປັນຫາທີ່ເຮົາພົບເຫັນໃນໄລຍະຜ່ານມາ ສະນັ້ນພວກເລີ້ມສ້າງ ແຕ່ເດືອນ 11 ປີ 2019,ສົກສຶກສາ 2019-2020 ພວກເຮົາໄດ້ເລີ້ມນໍາໃຊ້ລະບົບຖານຂໍ້ມູນ ກັບນັກສຶກສາ ປີທີ ໜື່ງ ເຊີ່ງປະຈຸບັນພວກເຮົານໍາໃຊ້ກັບນັກສຶກສາປີທີສາມ
ເຊີ່ງໃນໂອກາດດັ່ງກ່າວ ທ່ານ ອຈ.ປອ.ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ໄດ້ກ່າວ ຂໍຂອບໃຈ ນໍາ ທ່ານ ປອ ດວງມາລາ ຄໍາສົງກາ ຫົວໜ້າພະແນກວິຊາການ,ຂໍຂອບໃຈນໍາ ອຈ ບຸນເລີດ ຊາພັກດີ ຮອງຫົວໜ້າພະແນກວິຊາການ ທັງເປັນຜູ້ບັນຍາຍ ຖຶວ່າ ອາຈານ ເຮັດໜ້າທີ່ເປັນວິທີກອນທີ່ດີ ແລະ ໄດ້ແລກປ່ຽນແກ້ບັນຫາຕ່າງໆທີ່ຕິດພັນກັບລະບົບຂໍ້ມູນຂອງພວກເຮົາ ແລະ ອີກເທືອໜື່ງ ຂ້າພະເຈົ້າຂໍຕ່າງໜ້າແກ່ທ່ານ ຄະນະບໍດີ ເຖີງວ່າໄລຍະເວລາສັ້ນກໍ່ຕາມ ແຕ່ວ່າຢູ່ໃນນີ້ກໍ່ແມ່ນຄະນະຜູ້ບໍລິຫານຂອງຄະນະນິຕິສາດ ແລະ ລັດຖະສາດ ເຊີ່ງວ່າພວກເຮົາກໍ່ໄດ້ແບ່ງປັນສິດຕ່າງໆທີ່ຈະໃຫ້ພວກເຮົາໄປບໍລິຫານຈັດການກ່ຽວກັບລະບົບຖານຂໍ້ມູນຂອງພວກເຮົາ ເພື່ອເຮັດໃຫ້ການສຶກສາຂອງພວກເຮົາສະດວກຂື້ນຕື່ມ,ອີກເທື່ອໜື່ງຂ້າພະເຈົ້າ ຂໍຂອບໃຈ ກັບບັນດາທ່ານ ທ່ານ ຮອງຄະນະບໍດີ,ບັນດາທ່ານຫົວໜ້າພາກວິຊາ,ທ່ານຫົວໜ້າພະແນກ ຜູ້ເຂົ້າຮ່ວມທັງໝົດທີ່ໄດ້ເສຍສະຫຼະເວລາຂອງພວກທ່ານມາເຂົ້າຮ່ວມກອງປະຊຸມ ຂ້າພະເຈົ້າຂໍອອຍພອນໃຫ້ບັນດາທ່ານເດີນທາງກັບດ້ວຍຄວາມສະຫັວດດີພາບ.