ຈັດກອງປະຊຸມຝຶກອົບຮົມ ຫົວຂໍ້ ວຽກງານພິທີການ ແລະ ມາລະຍາດທາງສັງຄົມ ໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກສຶກສາຍິງຂອງສະຫະພັນແມ່ຍິງຮາກຖານ ຄນລ
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-2.31.02-PM-Copy.jpeg)
ເພື່ອຫວນຄືນ ແລະ ປະຫວັດມູນເຊື້ອຂະບວນການເຄືອນໄຫວແມ່ຍິງໃນທົ່ວໂລກໂດຍສະເພາະຂອງສະຫະພັນແມ່ຍິງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໃນແຕ່ລະໄລຍະ ດັ່ງນັ້ນສະຫະພັນແມ່ຍິງ ຄນລ ໄດ້ຈັດພິທີສະເຫຼີມສະຫລອງ ວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ ຂື້ນ,ພ້ອມຈັດກອງປະຊຸມຝຶກອົບຮົມ ຫົວຂໍ້ ວຽກງານພິທີການ ແລະ ມາລະຍາດທາງສັງຄົມ ໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກສຶກສາຍິງຂອງສະຫະພັນແມ່ຍິງຮາກຖານ ຄນລ ຄັ້ງວັນທີ07 ມີນາ 2022 ທີ່ຫ້ອງປະຊຸມ L1 ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາຈຳນວນ223 ຄົນເຂົ່າຮ່ວມຜ່ານທາງອອນລາຍ.
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-2.31.02-PM-1024x461.jpeg)
ໃນພິທີ ທ່ານ ນາງ ທັດສະນາລອນ ສີສຸນ໌ນ ປະທານສະຫະພັນແມ່ຍິງຮາກຖານ ຄນລ ໄດ້ຂື້ນເລົ່າມູນເຊື້ອ ເຊີ່ງເນື້ອໃນເອກະສານປະກອບມີ : ປະຫັວດຄວາມເປັນມາຂອງແມ່ຍິງສາກົນ ວັນທີ8ມີນາ,ບັນດາອົງການຈັດຕັ້ງ,ສົນທິສັນຍາ,ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງລະດັບສາກົນ,ພາກພື້ນ ແລະ ອາຊຽນ,ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າແມ່ຍິງໃນ ສປປລາວ,ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2021
ພ້ອມກັນນັ້ນໃນພິທີດັ່ງກ່າວຍັງໄດ້ຈັດກອງປະຊຸມຝຶກອົບຮົມ ຫົວຂໍ້ ວຽກງານພິທີການ ແລະ ມາລະຍາດທາງສັງຄົມ ໂດຍ ສະຫາຍ ນ. ຄອນສະຫັວນ ວົງວັນນະໄຊ ຮອງຫົວໜ້າໜ່ວຍວິຊາທິດສະດີການພົວພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ ຄນລ
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-4.06.18-PM-1024x462.jpeg)
ຈຸດປະສົງ ໃນການຈັດຕັ້ງພິທີແມ່ນເພື່ອເປັນການຝຶກອົບຮົມວຽກງານແມ່ຍິງທີ່ເປັນພະນັກງານຄູອາຈານ ແລະ ນັກສຶກສາໄດ້ຮັບຮູ້ເຖີງວຽກງານພິທີການ ແລະ ມາລະຍາດທາງສັງຄົມສາມາດໄປນໍາໃຊ້ເຂົ້າໃນວຽກງານການເຄື່ອນໄຫວວຽກງານທາງດ້ານການບໍລິຫານ ແລະ ວຽກງານທາງດ້ານການສຶກສາ ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກ ປະຊາຊົນປະຕິບັດລາວ ຄົບຮອບ67 ປີ ແລະ ວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ວັນສ້າງຕັ້ງ ຄນລ ຄົບຮອບ 36 ປີ ອີກດ້ວຍ.
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-1.44.59-PM-1024x462.jpeg)
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-1.45.00-PM-1024x462.jpeg)
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-1.45.01-PM-1024x462.jpeg)
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-1.45.02-PM-1024x462.jpeg)
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-1.45.07-PM-1024x462.jpeg)
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-2.31.02-PM-2-1024x461.jpeg)
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-07-at-4.06.17-PM-1024x462.jpeg)