ພະແນກວິຊາການ ໄດ້ຈັດກອງປະຊຸມແນະນຳການສັງລວມ SAR Checklist ສຳລັບ 3 ຫລັກສູດ
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-16-at-2.53.41-PM20222.png)
ພະແນກວິຊາການ ໄດ້ຈັດກອງປະຊຸມແນະນຳການສັງລວມ SAR Checklist ສຳລັບ 3 ຫລັກສູດ(ຫລັກສູດປະລິນຍາຕີນິຕິສາດ ສາຂາກົດໝາຍກົດທຸລະກິດ,ສາຂາກົດໝາຍອາຍາ ແລະ ສາຂາກົດໝາຍແພ່ງ) ຄັ້ງວັນທີ 14-18 ມີນາ 2022 ທີ່ຫ້ອງປະຊຸມໂຮງແຮມ ທະວີສຸກ,ເມືອງວັງວຽງ,ແຂວງວຽງຈັນ ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ອຈ ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ມີບັນດາທ່ານ ຫົວໜ້າພາກວິຊາ,ຄູອາຈານທັງສາມພາກວິຊາເຂົ້າຮ່ວມຢ່າງພ້ອມພຽງ
![](https://flp.nuol.edu.la/wp-content/uploads/2022/03/WhatsApp-Image-2022-03-16-at-2.53.42-PM-1024x461.jpeg)
ຈຸດປະສົງຂອງການຈັດກອງປະຊຸມແນະນຳສັງລວມ SAR Checklist ເພື່ອເປີດໂອກາດໃຫ້3ພາກວິຊາໄດ້ຖອດຖອນບົດຮຽນຈາກສອງພາກວິຊາ ທີ່ໄດ້ສຳເລັດການປະເມີນແລ້ວ ແລະ ເພື່ອໃຫ້ສາມພາກວິຊາໄດ້ສຸມໃສ່ການສັງລວມ SAR Checklist ສະບັບພາສາອັງກິດ ແລະ ພາສາລາວໃຫ້ສຳເລັດພ້ອມກັນໃນກອງປະຊຸມໃນຄັ້ງນີ້.